ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງຕ້ອນຮັບສະມາຊິກສະພາສູງອາເມລິກາ

ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງຕ້ອນຮັບສະມາຊິກສະພາສູງອາເມລິກາ - ảnh 1
(ທ່ານນາຍົກລັດຖະມົນຕີ​ ຫງວຽນ​​ເຕີ້​ນຢຸງ
ຕ້ອນຮັບສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 9/8, ຢູ່​ສຳນັກງານ​ລັດຖະບານ, ທ່ານນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​​ເຕີ້​ນຢຸງ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ John McCain, ສະມາຊິກ​ກຳມາ​ທິການ​ວຽກ​ງານ​ການ​ທະ​ຫານ ​ແລະ ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ສູງ​ອາ​ເມ​ລິ​ກາ ​ແລະ ທ່ານສະມາຊິກສະພາ​ສູງ Sheldon Whitehouse ພ້ອມ​ກັບ​ທີ່​ປຶກສາ, ຜູ້​ຊ່ວຍ​ວຽກ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

       ທ່ານນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​​ເຕີ້​ນຢຸງຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ John McCain ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ. ທ່ານນາຍົກ ລັດຖະມົນຕີ​ຫວຽດນາມ ຫງວຽນ​​ເຕີ້​ນຢຸງ ສະ​ເໜີ​ອາ​ເມລິກາ​ສະໜັບສະໜູນ​ຫວຽດນາມ​ໃນ​ການ​ເຈລະຈາສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP) ​ແລະ ຖື​ວ່າການ​ເຈລະຈາ​ສຳ​ເລັດ​ຜົນ ​ແລະ ລົງ​ນາມ​ໃນ ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP)​ຈະ​ເປີດ​ຫຼາຍ​ໂອກາດ​ໃຫ່​ແກ່​ການ​ພົວພັນ​ຮ່ວມ​ມື ລະຫວ່າງ 2 ປະ​ເທດ. ຫວຽດນາມ​ຫວັງ​ຊຸກຍູ້​ການຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບກັບ​ອາ​ເມ​ລິ​ກາ​ຍິ່ງ​ກວ່າ​ອີກ, ຮ່ວມ​ມື​ໜູນ​ຊ່ວຍ​ຫວຽດນາມ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກ​ສົງຄາມ.

       ກ່ຽວ​ກັບ​ບັນຫາສິດທິ​ມະນຸດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ຢືນຢັນ​ວ່າ ຫວຽດນາມ ພວມ​ມານະ​ພະຍາຍາມ​ເພື່ອ​ຮັບປະກັນສິດ​ຂອງ​ມະນຸດ​ໃຫ້​ນັບ​ມື້​ນັບ​ດີກ​ວ່າ ຍ້ອນ​ສິດທິ​ມະນຸດ​ແມ່ນ​ຈຸດໝາຍ ​ແລະ ກໍ່​ແມ່ນ​ຄຳ​ຮຽກຮ້ອງ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ ສະພາບ​ສິດທິ​ມະນຸດ​ຢູ່​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ພ້ອມ​ທັງ​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ພ້ອມ​ແລ້ວ​ການ​ເຈລະຈາ​ຢ່າງ​ກົງ​ໄປ​ກົງ​ມາ​ກັບ​ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນຫາ​ນີ້.

ທ່ານ​ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ McCain ກໍ່​ຢືນຢັນ​ວ່າ ຈະ​ພ້ອມ​ກັບ​ສະມາຊິກ​ສະພາ​ສູງ Sheldon Whitehouse ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​​ໃຫ້​ແກ່​ຫວຽດນາມ. ສະມາຊິກ​ສະພາ​ສູງ 2 ທ່ານ​ກໍ່​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂ​ົງ​ເຂດ​ຄວາມ​ໝັ້ນຄົງທາງ​ທະ​ເລ, ຄວາມ​ປອດ​ໄພທາງ​ອີນ​ເຕີ​ແນັດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ນາໆ​ພັນ…

ຂ່າວ/ບົດ​ອື່ນ