ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ການ​ຄ້າ ຫວຽດ​ນາມ - ກຳ​ປູ​ເຈຍ

(VOVWORLD) - ຕອນເຊົ້າວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ເຂົ້າຮ່ວມເວທີປາໄສສົ່ງເສີມການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ການ​ຄ້າ ຫວຽດ​ນາມ - ກຳ​ປູ​ເຈຍ - ảnh 1ເວທີປາໄສ ສົ່ງເສີມການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ (ພາບ: VOV)

 ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ສົ່ງເສີມ ແລະ ຮຽກຮ້ອງໃຫ້ບັນດານັກລົງທຶນ ຫວຽດນາມ ໄປລົງທຶນຢູ່ ກຳປູເຈຍ ຫຼາຍກວ່າອີກ, ພິເສດແມ່ນບັນດາຂົງເຂດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ, ອຸດສາຫະກຳປຸຸງແຕ່ງອາຫານ, ເຕັກໂນໂລຢີດີຈີຕອນ, ການເງິນ, ການຜະລິດລົດໂອໂຕ… ລັດຖະບານ ກຳປູເຈຍ ຍາມໃດກໍໃຫ້ການໜູນຊ່ວຍ ແລະ ສະໜັບສະໜູນນັກທຸລະກິດ; ຍາມໃດກໍຊອກຫາວິທີແກ້ໄຂບັນດາຄວາມຫຍຸ້ງຍາກຂອງນັກລົງທຶນ.

        ສ່ວນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ຈະສ້າງເງື່ອນໄຂດີທີ່ສຸດໃຫ້ບັນດານັກລົງທຶນ, ພິເສດແມ່ນບັນດານັກລົງທຶນທີ່ສຸມໃສ່ຂົງເຂດຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ການລົງທຶນອີງໃສ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ ສອງປະເທດນັບມື້ນັບລົງທຶນຢ່າງແຮງກວ່າ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ນຳມາເຊິ່ງບົດຮຽນ, ປະສົບການໃນການຄຸ້ມຄອງ, ບໍລິຫານ, ພື້ນຖານວັດທະນະທຳທີ່ເປັນເອກະລັກ, ແຫຼ່ງຊັບພະຍາກອນມະນຸດຂອງທັງສອງປະເທດມີຄຸນນະພາບສູງໃນໄລຍະຈະມາເຖິງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ການ​ຄ້າ ຫວຽດ​ນາມ - ກຳ​ປູ​ເຈຍ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Hun Manet ເປັນສັກຂີພິຍານພິທີມອບຮັບໃບຢັ້ງຢືນການລົງທຶນ, ບັນດາບົດບັນທຶກຕົກລົງຮ່ວມມື ແລະ ບົດບັນທຶກຊ່ວຍຈຳລະຫວ່າງສອງປະເທດ (ພາບ:VOV)

        ໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Hun Manet ໄດ້ເປັນສັກຂີພິຍານພິທີມອບຮັບໃບຢັ້ງຢືນການລົງທຶນ, ບັນດາບົດບັນທຶກຕົກລົງຮ່ວມມື ແລະ ບົດບັນທຶກຊ່ວຍຈຳລະຫວ່າງສອງປະເທດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ