ນາຍົກລັດຖະມົນຕີ ຫວຽດນາມເຂົ້າຢ້ຽມ ຂ່ຳນັບພະບາດສົມ ເດັດພະເຈົ້າມະຫາຊີວິດ ກຳປູເຈຍ

ນາຍົກລັດຖະມົນຕີ ຫວຽດນາມເຂົ້າຢ້ຽມ ຂ່ຳນັບພະບາດສົມ ເດັດພະເຈົ້າມະຫາຊີວິດ ກຳປູເຈຍ  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ (ເບື້ອງຊ້າຍ) ​ແລະ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິ​ດ Norodom Shihamoni (ເບື້ອງຂວາ)
(ພາບ: nguyentandung.org)

(vovworld) - ຕອນ​ຄ່ຳ​ວັນ​ທີ 14/2, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​​ໄດ້ມາ​ຢ້ຽມຢາມ ​ແລະ ​​ເຂົ້າ​ຢ້ຽມຂ່ຳນັບພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິ​ດກຳປູ​ເຈຍ Norodom Shihamoni ​ເນື່ອງ​ໃນ​ໂອກາດ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິ​ດ ພັກ​ເຊົາ​ຢູ່​ຮ່າ​ໂນ​້ຍ​ໃນ​ການ​ເດີນທາງ​ຈາກ​ຕ່າງປະ​ເທດ​ກັບ​ເມືອ ກຳປູ​ເຈຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິ​ດ Norodom Shihamoni ລ້ວນ​ແຕ່​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ດີງາມ​ຂອງ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ​ໃກ້ຊິດສະໜິດ​ຕິດ​ພັນ, ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ປີ 2012 ​ເຊິ່ງ​ແມ່ນ​ປີ​ແຫ່ງ​ຄວາມ​ສາມັກ​ຄີ​ມິ​ດຕະພາບ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ​ເນື່ອງ​ໃນ​ໂອກາດ​ລະນຶກ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິ​ດ Norodom Shihamoni ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ປັນ​ປຸງ ​ແລະ ​ເພີ່ມ​ພູນຄູນ​ສ້າງ​ໃຫ້​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ ​ແລະ ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະ​ຫວ່າງ​ຫວຽດນາມ - ກຳ​ປູ​ເຈຍ.

ຂ່າວ/ບົດ​ອື່ນ