(ພາບປະກອບ: http://tuoitrethudo.vn)
(vovworld)- ຕາມເນື້ອໃນຄຳສັ່ງປະກາດໃຊ້ເມື່ອວັນທີ 5/8, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຮຽກຮ້ອງໃຫ້ບັນດາກະຊວງ, ອົງການ ແລະ ຄະນະກຳມະການ ປຊຊ ບັນດາແຂວງ, ນະຄອນຂຶ້ນກັບສູນກາງຜັນຂະຫຍາຍຢ່າງຂ້ຽວຂາດ, ມີປະສິດທິຜົນໃນການປະຕິບັດມະຕິຂອງລັດຖະບານກ່ຽວກັບໜ້າທີ່ ແລະ ມາດຕະການຕົ້ນຕໍປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ ແລະ ບັນດາມະຕິຂອງຂອງລັດຖະບານກ່ຽວກັບການຫັນລະບຽບບໍລິຫານເປັນງ່າຍດາຍ, ເອົາໃຈໃສ່ຍູ້ແຮງການປະຕິຮູບບັນດາລະບຽບການບໍລິຫານກ່ຽວຂ້ອງເຖິງຂົງເຂດພາສີ, ອາກອນ. ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຮຽກຮ້ອງຕ້ອງເປີດເຜີຍບັນດາຂັ້ນຕອນ, ລະບຽບການບໍລິຫານພາສີອາກອນໃນເຄືອຂ່າຍອິນເຕີແນັດ, ຜັນຂະຫຍາຍຮູບແບບປະຕູດຽວຢ່າງມີປະສິດທິຜົນ; ຍູ້ແຮງວຽກງານກວດກາພາສີອາກອນ; ເພີ່ມທະວີການລົງທຶນເຄື່ອງວັດຖຸອຸປະກອນທັນສະໄໝ; ປັບປຸງ, ສອບຊ້ອນຖັນແຖວພະນັກງານ, ລັດຖະກອນພາສີອາກອນເພື່ອຕອບສະໜອງຄຳຮຽກຮ້ອງ, ໜ້າທີ່ໃນສະພາບການໃໝ່.
ຄຳສັ່ງຂອງນາຍົກລັດຖະມົນຕີອອກກ່ຽວກັບການສ້າງແຜນການພັດທະນາເສດຖະກິດສັງຄົມໄລຍະ 2016-2020
ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາກຸ່ມເສດຖະກິດ, ບໍລິສັດໃຫ່ຍແຫ່ງລັດຜັນຂະຫຍາຍການສ້າງແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2016-2020 ດ້ວຍຈຸດໝາຍສັງລວມແມ່ນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ໄປຄຽງຄູ່ກັບການຍູ້ໄວລະດັບການເຕີບໂຕ, ຮັບປະກັນໃຫ້ພື້ນຖານເສດຖະກິດພັດທະນາຢ່າງໝັ້ນຄົງ, ສູ້ຊົນຮອດປີ 2020 ເພື່ອໃຫ້ຫວຽດນາມ ກາຍເປັນປະເທດອຸດສາຫະກຕາມທິດທັນສະໄໝໂດຍພື້ນຖານ. ແຜນການພັດທະນາເສດຖະກິດສັງຄົມ ສູ້ຊົນລະດັບການເຕີບໂຕເສດຖະກິດ ຈີດີພີ ສະເລ່ຍ 5 ປີ 2016-2020 ເພີ່ມຂຶ້ນແຕ່ 6,5-7%/ປີ. ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດ, ຂະແໜງການ, ຂົງເຂດ, ແຮງງານຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຮຽກຮ້ອງໃຫ້ສືບຕໍ່ຍູ້ແຮງການປະຕິບັດ 3 ຂອດບຸກທະລຸໃນຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ 2011-2020. ບັນດາຈຸດໝາຍ, ກຳນົດທິດ ແລະ ມາດຕະການ, ນະໂຍບາຍໃນແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2016-2020 ຕ້ອງຮັບປະກັນລັກສະນະເປັນໄປໄດ້; ສັບຊ້ອນອັນດັບບັນດາຈຸດໝາຍບຸລິມະສິດ.
ກ່ອນຫນ້ານັ້ນ, ວັນທີ 5/8/2014, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຊັນປະກາດໃຊ້ຄຳສັ່ງກ່ຽວກັບການວາງແຜນການລົງທຶນຂອງລັດໄລຍະກາງ 5 ປີ (2016-2020). ຄຳສັ່ງໄດ້ຮຽກຮ້ອງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຈັດຕັ້ງການວາງແຜນການລົງທຶນໄລຍະ 2016-2020 ເຊິ່ງລວມມີ: ແຫລ່ງງົບປະມານແຫ່ງລັດ, ແຜນການລົງທຶນພັນທະບັດລັດຖະບານ, ພັນທະບັດອຳນາດການປົກຄອງທ້ອງຖິ່ນ, ທຶນ ODA ແລະ ທຶນກູ້ຢືມບຸລິມະສິດຂອງບັນດານັກອຸປະຖຳ. ຄຳສັ່ງ ໄດ້ຮຽກຮ້ອງຫລັກການວາງແຜນການລົງທຶນຂອງລັດໄລຍະ 5 ປີ (2016-2020) ຕ້ອງປະຕິບັດບັນດາຈຸດໝາຍ, ກຳນົດທິດພັດທະນາໃນບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ ສັງຄົມ, ສອດຄ່ອງກັບຄວາມສາມາດສ້າງຄວາມດຸ່ນດ່ຽງ ແຫລ່ງເງິນລົງທຶນຂອງລັດ, ສຸມໃສ່ຈັດວາງເງິນລົງທຶນຂອງລັດເພື່ອສຳເລັດ ແລະ ຍູ້ແຮງຄວາມຄືບຫນ້າໃນການປະຕິບັດໂຄງການສຳຄັນແຫ່ງຊາດທີ່ມີຄວາມໝາຍໃຫຍ່ສຳລັບການພັດທະນາເສດຖະກິດສັງຄົມ.