ນາຍົກລັດຖະມົນຕີກວດກາວຽກງານຝຶກຊ້ອມກຽມພ້ອມສູ້ຮົບຢູ່ກອງພົນນ້ອຍລູກສອນໄຟເຂດ 2 ກອງທັບເຮືອ
ທ່ານ ຫງວຽນຊວນຟຸກ ໄດ້ລົງກວດກາວຽກງານຝຶກຊ້ອມ
ກຽມພ້ອມສູ້ຮົບຂອງກອງພົນນ້ອຍລູກສອນໄຟສັງກັດເຂດ 2 ກອງທັບເຮືອ
(ພາບ: VGP)
(vovworld) - ຕອນບ່າຍວັນທີ 19/04, ທ່ານນາຍົກລັດຖະມົນຕີ ຫງຽດນາມ ຫງວຽນຊວນຟຸກ ໄດ້ລົງກວດກາວຽກງານຝຶກຊ້ອມກຽມພ້ອມສູ້ຮົບຂອງກອງພົນນ້ອຍລູກສອນໄຟສັງກັດເຂດ 2 ກອງທັບເຮືອ. ທ່ານນາຍົກລັດຖະມົນຕີ ໄດ້ກວດກາໂດຍກົງເລື່ອງຜັນຂະຫຍາຍໜ້າທີ່ປັກປັກຮັກສາ, ຄຸ້ມຄອງ, ນຳໃຊ້ພາຫະນະອຸປະກອນເຕັກນິກ ແລະ ຮັບຟັງບົດລາຍງານກ່ຽວກັບບາງພາຫະນະອຸປະກອນການທະຫານທີ່ທັນສະໄໝບາງປະເພດຂອງກອງພົນນ້ອຍລູກສອນໄຟ. ເມື່ອຂຽນບັນທຶກໃນປື້ມຄຳມູນເຊື້ອຂອງກອງພົນນ້ອຍ, ທ່ານນາຍົກລັດຖະມົນຕີປາດຖະໜາຢາກໃຫ້ບັນດານັກຮົບເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນ ຫວຽດນາມ, ກອງທັບເຮືອວິລະຊົນ, ຍາມໃດກໍ່ສາມັກຄີ, ກຽມພ້ອມສູ້ຮົບ, ຝຶກຊ້ອມເກັ່ງ; ສ້າງກອງພົນນ້ອຍໝັ້ນຄົງເຂັ້ມແຂງຮອບດ້ານ, ປະກອບສ່ວນປົກປັກຮັກສາອະທິປະໄຕທະເລໝູ່ເກາະ, ເຂດໄຫລ່ທະວີບສັກກະລະບູຊາຂອງຊາດໃຫ້ໝັ້ນຄົງ ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ.