ນາຍົກລັດຖະມົນຕີຄົນໃຫມ່ຂອງ ຝ່າຍຄ້ານ ຊີຣີ ຖະແຫລງບໍ່ໂອ້ລົມສົນທະນາ

ນາຍົກລັດຖະມົນຕີຄົນໃຫມ່ຂອງ ຝ່າຍຄ້ານ ຊີຣີ ຖະແຫລງບໍ່ໂອ້ລົມສົນທະນາ - ảnh 1
ທ່ານ Ghassan Hitto 
ພາບ:internet



(vovworld) -  ວັນ​ທີ 19/3, ທ່ານ Ghassan Hitto ນາຍົກລັດຖະມົນຕີຄົນ​ໃຫມ່​ຫາ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ກຳລັງ​ຝ່າຍ​ຄ້ານ ຊີຣີ ​ໄດ້​ປະຕິ​ເສດ​ໂອ້​ລົມ​ສົນທະນາ​ກັບ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ຊີຣີ Bashar Assad. ກ່າວ​ຄຳ​ເຫັນ​ທີ່ ນະຄອນ Istanbul ປະ​ເທດ​ຕວກກີ ພາຍຫລັງ​ໄດ້​ຮັບ​ການ​ບົ່ງ​ຕົວ​ດຳລົງ​ຕຳ​ແຫນ່​ງ​ໃຫມ່, ທ່ານ Ghassan Hitto ​ເນັ້ນ​ຫນັກ​ວ່າ ຈະ​ບໍ່​ມີ​ການ​ໂອ້​ລົ​ມສົນທະນາ​ກັບ​ອຳນາດ​ການ​ປົກຄອງ​ຂອງ​ປະທາ​ນາ​ທິບໍດີ Assad ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ລັດຖະບານ​ຂອງ​ທ່ານ Assad ຈະ​ຖືກນຳ​ຂຶ້ນສານ​ພິພາກສາ​ພາຍຫລັງ​ກຳລັງ​ຝ່າຍ​ຄ້ານ​ຢືດ​ເອົາ​ອຳນາດ​ການ​ປົກຄອງ.

ກ່ອນ​ຫນ້າ​ນັ້ນ ກຳລັງ​ຝ່າຍ​ຄ້ານ ຊີຣີ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຢູ່​ນະຄອນ Istanbul ປະ​ເທດ ຕວກກີ ​ເພື່ອ​ເລືອກ​ເຟັ້ນນາຍົກລັດຖະມົນຕີ ນຳພາ​ລັດຖະບານ​ຊົ່ວຄາວ​ຂອງ​ກຳລັງ​ຝ່າຍ​ຄ້ານ ​ແລະ ບໍລິຫານ​ບັນດາ​ເຂດ​ທີ່​ເຂົາ​ເຈົ້າ​ພວມຄວບ​ຄຸມ.

ຂ່າວ/ບົດ​ອື່ນ