ນາຍົກລັດຖະມົນຕີຊີ້ນຳ: ໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ຕ້ອງທັນການ, ຊັດເຈນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກວດກາໃຫ້ລະອຽດ ກ່ຽວກັບບັນດາເປົ້າໝາຍທີ່ໄດ້ຮັບ ນະໂຍບາຍ, ຮັບປະກັນວ່າຍອດລາຍຈ່າຍບໍ່ເກີນຕົວເລກທີ່ໄດ້ລາຍງານຕໍ່ລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ
ນາຍົກລັດຖະມົນຕີຊີ້ນຳ: ໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ຕ້ອງທັນການ, ຊັດເຈນ - ảnh 1 (ພາບປະກອບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ອອກຄຳສັ່ງຊີ້ນຳກ່ຽວກັບການປະຕິບັດບັນດາມາດຕະການໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ລະອຽດແມ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກວດກາໃຫ້ລະອຽດ ກ່ຽວກັບບັນດາເປົ້າໝາຍທີ່ໄດ້ຮັບ ນະໂຍບາຍ, ຮັບປະກັນວ່າຍອດລາຍຈ່າຍບໍ່ເກີນຕົວເລກທີ່ໄດ້ລາຍງານຕໍ່ລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ, ໂດຍສະເພາະແມ່ນແຫຼ່ງລາຍຈ່າຍຈາກງົບປະມານສູນກາງ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊີ້ນຳ ແລະ ແນະນຳຢ່າງລະອຽດດ້ວຍເອກະສານໃນກໍລະນີທີ່ຈຳເປັນຢ່າງທັນການ ສຳລັບບັນດາເນື້ອໃນຂຶ້ນກັບຂົງເຂດທີ່ໄດ້ ມອບໝາຍໃຫ້ຄຸ້ມຄອງ, ບໍລິຫານ…

ຕອບກັບ

ຂ່າວ/ບົດ​ອື່ນ