ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ນຳ​ປຸກ​ລະ​ດົມ​ການ​ຈົດ​ທະ​ບຽນ​ມອ​ບ​ອະ​ໄວ​ຍະ​ວ​ະ​​

(VOVWORLD) - ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ໂຮງໝໍມິດຕະພາບ ຫວຽດດຶກ (ຮ່າໂນ້ຍ), ໂດຍປະຕິບັດຕາມຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ສູນປະສານງານການຜ່າຕັດຕໍ່ອະໄວຍະວະແຫ່ງຊາດ ໄດ້ຈັດພິທີປຸກລະດົມຈົດທະບຽນປະກອບອະໄວຍະວະ ພາຍຫຼັງທີ່ເສຍຊີວິດ ດ້ວຍສານທີ່ວ່າ “ການມອບອະໄວຍະວະກູ້ເອົາຊີວິດມະນຸດແມ່ນສິ່ງທີ່ຄົງຕົວຕະຫຼອດໄປ”.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ນຳ​ປຸກ​ລະ​ດົມ​ການ​ຈົດ​ທະ​ບຽນ​ມອ​ບ​ອະ​ໄວ​ຍະ​ວ​ະ​​ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມກັບພະນັກງານ, ແພດໝໍໂຮງໝໍ ຫວຽດດຶກ (ພາບ: TTXVN)

ປັດຈຸບັນ, ແຕ່ລະປີ, ຫວຽດນາມ ໄດ້ຜ່າຕັດຕໍ່ອະໄວຍະວະໃຫ້ແກ່ຄົນເຈັບກວ່າ 1000 ຄົນ, ສູງທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ເຖິງຢ່າງໃດກໍຕາມ, ແຫຼ່ງເນື້ອເຍື່ອ, ອະໄວຍະວະທີ່ໄດ້ຮັບຈາກການມອບນັ້ນ ແມ່ນມາຈາກຜູ້ສະໜອງໃນຕອນຍັງມີຊີວິດຢູ່ເປັນສ່ວນຫຼາຍ, ພວມເອົາ 94%. ແຫຼ່ງອະໄວຍະວະໄດ້ຮັບຈາກຜູ້ເສຍຊີວິດແລ້ວແມ່ນຍັງຈຳກັດຢູ່, ຍັງບໍ່ທັນຕອບສະໜອງໄດ້ຄວາມຕ້ອງການຜ່າຕັດຕໍ່ເນື້ອເຍື່ອ, ອະໄວຍະວະ ທີ່ນັບມື້ນັບສູງຂຶ້ນໃນປັດຈຸບັນ. ທົ່ວປະເທດ ຫາມີແຕ່ແຂວງ ຫາຍຟ່ອງ, ກວ໋າງນິງ ແລະ ໂຮງໝໍໃຫຍ່ 4 ແຫ່ງ ໄດ້ສ້າງຕັ້ງສະມາຄົມຂົນຂວາຍການມອບອະໄວຍະວະເທົ່ານັ້ນ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຈຶ່ງຮຽກຮ້ອງໃຫ້ຈັດບັ້ນປຸກລະດົມດັ່ງກ່າວຂຶ້ນໃນຂອບເຂດທົ່ວປະເທດ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງຢູ່ຂັ້ນສູນກາງ, ຜູ້ແທນ, ປະຊາຊົນທຸກຊັ້ນຄົນ ຈົ່ງຈົດທະບຽນມອບເນື້ອເຍື່ອ, ອະໄວຍະວະເປັນຈຳນວນຫຼວງຫຼາຍ, ເປັນການສະແດງການກະທຳທີ່ຈົດງາມ ແລະ ສູງສົ່ງ ດ້ວຍຈິດໃຈ “ການໃຫ້ຄືການໄດ້ຕະຫຼອດການ”; ອັນໄດ້ຍົກຈຳນວນຜູ້ຈົດທະບຽນມອບເນື້ອເຍື່ອ, ອະໄວຍະວະໃນໂອກາດນີ້ຂຶ້ນເປັນ 3.812 ຄົນ, ນຳມາເຊິ່ງຄວາມຫວັງອັນໃຫຍ່ຫຼວງໃຫ້ຄົນເຈັບທີ່ຕ້ອງການຜ່າຕັດຕໍ່ອະໄວຍະວະນັບສິບພັນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ