ນາຍົກລັດຖະມົນຕີຊີ້ນຳໃຫ້ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຢ່າງຮີບດ່ວນເພື່ອຕ້ານການຫາປາຢ່າງຜິດກົດໝາຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຊີ້ແຈ້ງເຖິງຄວາມຕັດສິນໃຈຍົກເລີກຄຳກ່າວເຕືອນ “ບັດເຫຼືອງ” ຂອງຄະນະກຳມະການເອີລົບ (EC) ກ່ຽວກັບການຫາປາຢ່າງຜິດກົດໝາຍ ແລະ ບໍ່ລາຍງານ (IUU), ແມ່ນເພື່ອຜົນປະໂຫຍດຂອງປະເທດຊາດ, ຮັບປະກັນຜົນປະໂຫຍດ ຂອງປະຊາຊົນ
ນາຍົກລັດຖະມົນຕີຊີ້ນຳໃຫ້ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຢ່າງຮີບດ່ວນເພື່ອຕ້ານການຫາປາຢ່າງຜິດກົດໝາຍ - ảnh 1

ພະນັກງານ ນັກຮົບປ້ອມປ້ອງກັນຊາຍແດນ ແຣກກົກ ພວມລາດຕະເວນຢູ່ເຂດປາກທະເລ ກາເມົາ

     ໃນໂທລະເລກທາງການທີ່ປະກາດໃຊ້ເມື່ອວັນທີ 4 ພະຈິກນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຊີ້ແຈ້ງເຖິງຄວາມຕັດສິນໃຈຍົກເລີກຄຳກ່າວເຕືອນ “ບັດເຫຼືອງ” ຂອງຄະນະກຳມະການເອີລົບ (EC) ກ່ຽວກັບການຫາປາຢ່າງຜິດກົດໝາຍ ແລະ ບໍ່ລາຍງານ (IUU), ແມ່ນເພື່ອຜົນປະໂຫຍດຂອງປະເທດຊາດ, ຮັບປະກັນຜົນປະໂຫຍດ ຂອງປະຊາຊົນ; ພັດທະນາຂະແໜງສິນໃນນ້ຳແບບຍືນຍົງ; ສະແດງໃຫ້ເຫັນຄວາມຮັບຜິດຊອບສາກົນຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາ ແລະ ຂໍ້ຜູ້ພັນໃນສັນຍາສາກົນໃນການປົກປັກຮັກສາສິ່ງແວດລ້ອມທາງທະເລ, ລະບົບນິເວດທະເລແບບຍືນຍົງ, ພັດທະນາເສດຖະກິດທະເລແບບຍືນຍົງ ຕິດພັນກັບການຮັບປະກັນຄວາມໝັ້ນຄົງ ແລະ ອະທິປະໄຕທະເລໝູ່ເກາະ.

    ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ລັດຖະມົນຕີບັນດາກະຊວງທີ່ກ່ຽວຂ້ອງ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນແຄມທະເລ ຈົ່ງເປັນເອກະພາບທາງດ້ານຄວາມຮັບຮູ້ ແລະ ທັດສະນະໃນການຊີ້ນຳນຳພາບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ, ກຳລັງທີ່ມີໜ້າທີ່ຮັບຜິດຊອບ  ຕັດສິນໃຈຍົກເລີກຄຳກ່າວເຕືອນ "ບັດເຫຼືອງ" ຂອງ ຄະນະກໍາມະການເອີຣົບ (EC) ໃນການກວດກາ ຄັ້ງທີ 5 (ຄາດວ່າໃນທ້າຍໄຕມາດທີ່ສອງຂອງປີ 2024).

ຕອບກັບ

ຂ່າວ/ບົດ​ອື່ນ