ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່ ໂອ້ລົມທາງໂທລະສັບ ກັບ ປະທານາທິບໍດີ ອາເມລິກາແລະ ນາຍົກລັດຖະມົນຕີອົດສະຕາລີ
(VOVWORLD) - ວັນທີ 20 ກັນຍາ, ທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່ ແລະ ທ່ານ Donald Trump ປະທານາທິບໍດີອາເມລິກາໄດ້ມີການໂອ້ລົມທາງໂທລະສັບ, ໃນນັ້ນໄດ້ປຶກສາຫາລືຄວາມສຳຄັນຂອງ ພັນທະມິດລະຫວ່າງສອງປະເທດ.
ທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່ (ພາບ: TTXVN) |
ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທຳອິດລະຫວ່າງການນຳສອງທ່ານນັບແຕ່ເວລາ ທ່ານ Yoshihide ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຍີ່ປຸ່ນ.
ທີ່ການໂອ້ລົມທາງໂທລະສັບ, ທ່ານ Yoshihide ນາຍົກລັດຖະມົນຕີຍີ່ປຸ່ນຖືວ່າ ພັນທະມິດລະຫວ່າງ ຍີ່ປຸ່ນ ແລະ ອາເມລິກາແມ່ນພື້ນຖານຂອງສັນຕິພາບ ແລະ ຄວາມສະຖຽນລະພາບໃນພາກພື້ນ. ສ່ວນທ່ານ Donald Trump ໄດ້ເນັ້ນໜັກວ່າ ສອງປະເທດຄວນເພີ່ມທະວີການພັດທະນາສາຍພົວພັນສຳພັນທະມິດ.
ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານ Yoshihide ກໍ່ໃຫ້ຮູ້ວ່າ ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຫຼາຍບັນຫາ, ໃນນັ້ນມີບັ້ນຕໍ່ສູ້ກັບໂລກລະບາດ Covid – 19 ແລະ ບັນຫາ ສປປ.ເກົາຫຼີ.
ໃນວັນດຽວກັນ, ທ່ານ Yoshihide ກໍ່ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison. ທີ່ການໂອ້ລົມທາງໂທລະສັບ, ທ່ານ Yoshihide ສືບຕໍ່ໃຫ້ຄຳໝັ້ນສັນຍາບຸລິມະສິດຂໍ້ຕົກລົງຄວາມໝັ້ນຄົງລະຫວ່າງສາມປະເທດມະຫາອຳນາດຢູ່ອິນເດຍ - ປາຊີຟິກເຊິ່ງລວມມີ ຍີ່ປຸ່ນ, ອາເມລິກາ ແລະ ອົດສະຕາລີ.