ນາຍົກລັດຖະມົນຕີຍີ່ປຸ່ນໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມສຳພັນຍີ່ປຸ່ນ - ອາເມລິກາ

ນາຍົກລັດຖະມົນຕີຍີ່ປຸ່ນໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມສຳພັນຍີ່ປຸ່ນ - ອາເມລິກາ - ảnh 1
(ພາບປະກອບ)

(vovworld) – ​ທີ່​ການ​ຕ້ອນຮັບ​ທ່ານ​ປະທານສະພາ​ເສນາ​ທິການ​ໃຫຍ່ກອງທັບ​ປະສົມ​ອາ​ເມ​ລິ​ກາ ນາຍ​ພົນ Martin Dempsey, ຢູ່​ນະຄອນຫຼວງ ​ໂຕ​ກຽວ, ​ວັນ​ທີ 25/03, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​​ໃຫ້​ຮູ້​ວ່າ, ຜ່ານ​ການ​​ໄປ​ປະຕິບັດ​ງານ​ຢູ່​ອາ​ເມ​ລິ​ກາ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຢາກສົ່ງ​ສານ​ທີ່​ວ່າ, ​ໂຕ​ກຽວ ​ແລະ ວໍ​ຊິງ​ຕັນ ​ຈະ​ນຳ​ໜ້າ​ໃນ​ການ​ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ. ນອກ​ນັ້ນ, ທ່ານ​ນາຍົກ​ລັດ​ຖະມົນຕີ Abe ກໍ່​​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ລະຫວ່າງ​ຍີ່ປຸ່ນ - ອາ​ເມ​ລິ​ກາ. ສ່ວນ​ນາຍ​ພົນ Martin Dempsey ​ໃຫ້​ຮູ້​ວ່າ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້ຝາກ​ຄວາມ​ຫວັງ​ເຂົ້າ​ໃນ​ການ​ໄປ​ປະຕິບັດ​ງານ​ເປັນ​ທາງ​ການ​ເຖິງ​ອາ​​ເມ​ລິ​ກາ ​ເປັນ​ເວລາ 8 ວັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ Abe, ຊຶ່ງ​ເລີ່​ມ​ແຕ່​ວັນ​ທີ 26/04 ຈະ​ມາ​ເຖິງ. ນາຍ​ພົນ Martin Dempsey ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ບັນດາ​ການ​ພົວພັນ 2 ຝ່າຍ​ອາ​​ເມ​ລິ​ກາ - ຍີ່ປຸ່ນ ຈະ​ໄດ້​ຮັບ​ການ​ປັບປຸງ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ