ນາຍົກລັດຖະມົນຕີຍ້ອງຍໍຊົມເຊີຍຄວາມພະຍາຍາມແລະຄວາມຕັດສິນໃຈຍາດເອົາໄຊຊະນະຂອງທິມບານເຕະຍິງຫວຽດນາມ
(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄຳຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນການແຂ່ງຂັນຂອງບັນດານັກກິລາ ອັນໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ແຟນບານເຕະຫວຽດນາມ.
ທິມບານເຕະຍິງຫວຽດນາມ ຄວ້າໄດ້ຫຼຽນຄຳເປັນຄັ້ງທີ 6 ຢູ່ SEA Games 30
(ພາບ: VFF)
|
ພາຍຫຼັງທີ່ທິມບານເຕະຍິງຫວຽດນາມ ຍາດໄດ້ໄຊຊະນະຕໍ່ທິມບານເຕະຍິງໄທ, ຄວ້າໄດ້ຫຼຽນຄຳເປັນຄັ້ງທີ 6 ຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Games 30), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານຂອງທິມບານເຕະຍິງຫວຽດນາມ. ພາຍຫຼັງພິທີຮັບຫຼຽນຄຳ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄຳຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນການແຂ່ງຂັນຂອງບັນດານັກກິລາ ອັນໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ແຟນບານເຕະຫວຽດນາມ.
ແລະກໍ່ໃນວັນດຽວກັນ, ທ່ານນາງ ຫງວຽນທິທູຮ່າ, ປະທານສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ສົ່ງຈົດໝາຍຊົມເຊີຍ, ພ້ອມທັງຕົກລົງມອບຈຳນວນເງິນ 100 ລ້ານດົ່ງໃຫ້ແກ່ທິມບານເຕະຍິງຫວຽດນາມ.