ນາຍົກລັດຖະມົນຕີຕົກລົງສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ
ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ
|
(vovworld)- ນາຍົກລັດຖະມົນຕີຫາກໍຕົກລົງບັນຊີລາຍຊື່ຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເປັນຫົວຫນ້າຄະນະຊີ້ນຳແຫ່ງຊາດໂດຍກົງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ຮອງຫົວຫນ້າຄະນະຊີ້ນຳລວມມີ: ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. ຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ມີຫນ້າທີ່ຊ່ວຍລັດຖະບານ, ນາຍົກລັດຖະມົນຕີ ວາງອອກບັນດາການກຳນົດທິດ, ຍຸດທະສາດ, ບັນດາມາດຕະການໃຫຍ່ທີ່ກ່ຽວຂ້ອງເຖິງການເຊື່ອມໂຍງເຂົ້າກັບສາກົນ. ພ້ອມທັງສະເຫນີບັນດາຫນ້າທີ່ຈຸດສຸມກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ເຊິ່ງຄວນສຸມໃສ່ຊີ້ນຳ, ບໍລິຫານໃນແຕ່ລະໄລຍະ.