(vovworld) – ພາຍຫຼັງໄດ້ຮັບການເລືອກຕັ້ງຈາກສະພາຕຳ່ ປາກິສະຖານ ດ້ວຍຈຳນວນບັດສະໜັບສະໜູນ 211 ບັດໃນຈຳນວນ 338 ບັດນັ້ນ, ທ່ານ Rija Pervez Ashaf ໄດ້ສາບານຕົວຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ປາກິສະຖານ ຢ່າງເປັນທາງການ. ກ່າວຄວາມເຫັນນະພິທີຮັບດຳລົງຕຳແໜ່ງ, ທ່ານ Rija Pervez Ashaf ໝັ້ນໝາຍຈະເຮັດໃຫ້ປະເທດຊາດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ, ຍູ້ແຮງບັ້ນຮົບຕ້ານກໍ່ການຮ້າຍ ແລະ ຮ່ວມມືກັບອຳນາດການປົກຄອງປະເທດ ອາບການິສະຖານ ເພື່ອຕ້ານກຳລັງ ຕາລີບານ ແລະ ກຸ່ມລຸກຮຶ້ຂຶ້ນ.