ນາຍົກລັດຖະມົນຕີປາແລດສະຕີນSalam Fayyad ຂໍລາອອກຈາກຕຳແຫນ່ງ

ນາຍົກລັດຖະມົນຕີປາແລດສະຕີນSalam Fayyad ຂໍລາອອກຈາກຕຳແຫນ່ງ - ảnh 1
ນາຍົກລັດຖະມົນຕີ ປາແລດ​ສະ​ຕີນ Salam Fayyad 
ພາບ:internet

(vovworld) -  ວັນ​ທີ 13/4, ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas ​ໄດ້​ຕົກລົງ​ຮັບ​ໃບ​ຄຳ​ຮ້ອງ​ຂໍ​ລາອອກ​ຈາກ​ຕຳ​ແຫນ່​ງຂອງ​ນາຍົກລັດຖະມົນຕີ  ປາແລດ​ສະ​ຕີນSalam Fayyad ​ແຕ່​ສະ​ເຫ​ນີທ່ານ Fayyad ສືບ​ຕໍ່​ຮັກສາຖານະ​ຕຳ​ແຫນ່​ງ​ນາຍົກລັດຖະມົນຕີຈົນ​ເຖິງ​​ເມື່ອ​ລັດຖະບານ​ສາມັກຄີ​ຂອງ​ປາ​ແລດ​ສະຕີ​ນ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ຂ່າວ​ຄາວ​ດັ່ງກ່າວ​ໄດ້​ຮັບ​ການ​ປະກາດ​ພາຍຫລັງ​ການ​ພົບ​ປະລະ​ຫວ່າງ​ປະທານາທິບໍດີ Abbas ​ແລະ ນາຍົກລັດຖະມົນຕີ Fayyad ຢູ່​ນະຄອນ Ramallah ທີ່​ຝັງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ທ່ານ​ຫນຶ່ງ​​ຂະ​ບວນການ Fatah ຂອງ​ປະທານາທິບໍດີ Abbas ​ໃຫ້​ຮູ້​ວ່າ: ປະທານາທິບໍດີ Abbas ຈະ​ປະກາດ​ໃຊ້​ດຳລັດ​ສອງ​ສະບັບ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຊົ່ວຄາວໂດຍ​ໄວ ​ແລະ ກຳນົດ​ເວລາ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຢູ່​ບັນດາ​ເຂດ​ດິນ​ແດນ​ຂອງ​ປາ​ແລດ​ສະຕີ​ນ. ກ່ອນ​ຫນ້າ​ນັ້ນ, ວັນ​ທີ 10/4, ທ່ານ Fayyad ​ໄດ້​ຍື່ນ​ໃບ​ຄຳ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແຫນ່​ງຕໍ່​ປະທານາທິບໍດີ Abbas ຍ້ອນ​ມີ​ຄວາມບໍ່​ລົງ​ລອຍ​ກັນກ່ຽວກັບ​ນະ​ໂຍບາຍ​ຂອງ​ລັດຖະບານ.

ຂ່າວ/ບົດ​ອື່ນ