ນາຍົກລັດຖະມົນຕີມອບຫຼຽນໄຊແຮງງານຊັ້ນ1ໃຫ້ນັກກິລາຍິງປືນຮ່ວາງຊວນວີງ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊ
ແຮງງານຊັ້ນ 1 ໃຫ້ນັກກິລາຍິງປືນ ຮ່ວາງຊວນວີງ
(vovworld) - ຕອນບ່າຍວັນທີ 16/08 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບນັກກິລາ, ຄູຝຶກບາງຄົນໃນຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ Olympic 2016, ໃນນັ້ນ ມີນັກກິລາຍິງປືນ ຮ່ວາງຊວນວີງ ຄວ້າໄດ້ຫຼຽນຄຳ 1 ຫຼຽນ ແລະ ຫຼຽນເງິນ 1 ຫຼຽນສຳລັບກິລາຍິງປືນ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຜົນງານຂອງຄະນະນັກກິລາ ຫວຽດນາມ ຢູ່ງານມະຫາກຳກິລາ Olympic ນຳມາເຊິ່ງຄວາມເບີກບານມ່ວນຊື່ນ, ຄວາມເອກອ້າງທະນົງໃຈໃຫ້ຂະແໜງກິລາ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
“ນັບແຕ່ນີ້ເປັນຕົ້ນໄປ, ຂະແໜງກິລາ ຫວຽດນາມ ສາມາດບັນລຸບາດກ້າວໃໝ່ ໃນການພັດທະນາໃນໄລຍະຈະມາເຖິງຢ່າງວ່ອງໄວ ແລະ ໝັ້ນຄົງກ່ວາອີກ, ນັບທັງກິລາອາຊີບ ແລະ ກິລາມະຫາຊົນຢູ່ການແຂ່ງຂັນກິລາລະດັບສາກົນ ແລະ ພາກພື້ນ. ເພາະສະນັ້ນ ຂ້າພະເຈົ້າສະເໜີຂະແໜງກິລາຄວນສຸມໃສ່ເຂົ້າບັນດາປະເພດກິລາປາຍແຫຼມ ຊຶ່ງ ຫວຽດນາມ ມີທ່າແຮງ. ພ້ອມທັງ, ເຖິງວ່າຍັງປະສົບຄວາມຫຍຸ້ງຍາກກໍ່ຕາມ, ຄວນສ້າງທຸກເງື່ອນໄຂໃຫ້ແກ່ບັນດາຄູຝຶກ ແລະ ນັກກິລາມີເງື່ອນໄຂແຂ່ງຂັນ, ຝຶກແອບໃນໄລຍະຈະມາເຖິງ, ນັບທັງລະບອບໂພສະນາການ ແລະ ເງື່ອນໄຂຝຶກແອບ. ບັນດາວຽກງານລະອຽດຄືດັ່ງກ່າວ ພວກເຮົາຄວນປະຕິບັດ ເພື່ອເສີມຂະຫຍາຍຜົນງານດັ່ງກ່າວ ເພື່ອໃຫ້ຂະແໜງກິລາ ຫວຽດນາມ ສາມາດຍາດໄດ້ຜົນງານສູງສຳລັບປະເພດກິລາອື່ນອີກ, ກ່ອນອື່ນໝົດແມ່ນປະເພດກິລາຍິງປືນ.”
ທີ່ການພົບປະ, ປະຕິບັດຂໍ້ຕົກລົງຂອງປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ນັກກິລາຍິງປືນ ຮ່ວາງຊວນວີງ