ນາຍົກລັດຖະມົນຕີລັດ ເຊຍ Dmitry Medvedev ຢ້ຽມຢາມ Crimea ໂດຍບັງເອີນ
ທ່ານນາຍົກລັດຖະມົນຕີລັດເຊຍໄປຢ້ຽມຢາມໂຮງຮຽນແຫ່ງ 1 ຢູ່ Simferopol, Crimea
(ພາບ: AFP)
(vovworld)- ວັນທີ 25/5, ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ໄດ້ໄປຢ້ຽມຢາມ Crimea ຊື່ງແມ່ນແຫຼມຢູ່ແຄມທະເລດຳທີ່ຫາກໍ່ຖືກໂອນເຂົ້າມົດສະກູເມື່ອເດືອນ 3/2014 ທີ່ຜ່ານມາ. ໃນການຢ້ຽມຢາມ Crimea ເປັນຄັ້ງທີ 2 ນີ້, ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ໄດ້ໄປຢ້ຽມຢາມຫ້ອງການອົງການຍົກຍ້າຍສະຫະພັນລັດເຊຍ ປະຈຳ Crimea ຊື່ງເຄີຍແມ່ນສູນອອກໜັງສືຜ່ານແດນຂອງລັດເຊຍ, ຫຼັງຈາກນັ້ນ, ທ່ານໄດ້ພົບປະກັບປະຊາຊົນຢູ່ສຳນັກງານຂອງພັກລັດເຊຍເອກະພາບ (UR) ກຳອຳນາດຢູ່ນະຄອນ Sevastopol. ໃນວັນທີ 26/5, ທ່ານໄດ້ໄປຢ້ຽມຢາມສູນເດັກນ້ອຍສາກົນ Artek.
ປະຕິກິລິຍາກ່ຽວກັບການຢ້ຽມຢາມໂດຍບັງເອີນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev, ກະຊວງການຕ່າງປະເທດຢູແກຼນ ຖະແຫຼງວ່າ: ການຢ້ຽມຢາມແຫຼມ Crimea ຂອງທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ກົງກັບວັນເລືອກຕັ້ງປະທານາທິບໍດີຢູແກຼນ ແມ່ນ “ການກະທຳເກາະຜິດໂດຍມີຈຸດປະສົງ ເພື່ອແນໃສ່ກໍ່ຄວາມຂາດສະຖຽນລະພາບຢູ່ ຢູແກຼນ“./.