(vovworld) - ວັນທີ 11/06, ໃນຂອບເຂດກອງປະຊຸມໃຫຍ່ສື່ມວນຊົນພາສາລັດເຊຍໂລກຄັ້ງທີ 17 ທີ່ຈັດຕັ້ງຢູ່ມົດສກູ, ສະຫະພັນລັດເຊຍ, ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medevedev ໄດ້ສະຫງວນເວລາແລກປ່ຽນກັບບັນດາຜູ້ແທນກ່ຽວກັບບາງບັນຫາ, ໃນນັ້ນມີການລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງພັນທະມິດເສດຖະກິດອາຊີ - ເອີລົບ (EAEU) ກັບຫວຽດນາມ. ທ່ານນາຍົກລັດຖະມົນຕີ Dmitry Medevedev ຕີລາຄາວ່າ, ນີ້ແມ່ນ FTA ສະບັບທຳອິດຂອງພັນທະມິດເສດເສດຖະກິດອາຊີ - ເອີລົບ. ເລື່ອງລົງນາມ FTA ກັບຫວຽດນາມ ໄດ້ເປີດປະຕູຕະຫຼາດທີ່ກວ້າງໃຫຍ່ດ້ວຍພົນລະເມືອງກວ່າ 600 ລ້ານຄົນ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ລັດເຊຍ ແລະ ບັນດາປະເທດໃນພັນທະມິດ. ເຫດການນີ້ໄດ້ເປີດປະຕູໃຫ້ລັດເຊຍ ເຂົ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ພວມພັດທະນາຢ່າງຂະຫຍັນຂັນເຂື່ອນ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.
ໃນບົດກ່າວປາໄສທີ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີລັດເຊຍ ໄດ້ຕີລາຄາສູງເວທີປາໄສສ່ືມວນຊົນພາສາລັດເຊຍ, ເຊິ່ງແມ່ນແຫ່ງເຕົ້າໂຮມຜູ້ຕາງໜ້າບັນດາສຳນັກຂ່າວສານ, ສື່ມວນຊົນ, ໂທລະພາບ, ກະຈາຍສຽງດ້ວຍພາສາລັດເຊຍ ທີ່ມາຈາກ 60 ປະເທດໃນທົ່ວທະວີບ, ໃນນັ້ນມີຫວຽດນາມ.