(vovworld) - ວັນທີ 7/11, ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung, ທ່ານນາງນາຍົກລັດຖະມົນຕີລາຊະອານາຈັກແດນມາກ Helle Thorning Schimidt ເລີ່ມຕົ້ນເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາງນາຍົກລັດຖະມົນຕີ Helle Thorning Schimidt ຈະມີບັນດາການພົບປະກັບການນຳຂັ້ນສູງຂອງຫວຽດນາມ, ທ່ານນາງນາຍົກລັດຖະມົນຕີແດນມາກ ກໍຈະເຂົ້າຮ່ວມບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ - ແດນມາກ ຄື ການສຳມະນາກ່ຽວກັບການດຳເນີນທຸລະກິດ, ຢ້ຽມຢາມບໍລິສັດແດນມາກຢູ່ຫວຽດນາມ ແລະ ເປັນສັກຂີພິຍານພິທີລົງນາມບັນດາຂໍ້ຕົກລົງດ້ານດານຄ້າລະຫວ່າງບໍລິສັດຕ່າງໆຂອງຫວຽດນາມ ແລະ ແດນມາກ. ນີ້ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງນາຍົກລັດຖະມົນຕີທ່ານໜຶ່ງເຖິງຫວຽດນາມ ແລະ ແມ່ນສັນຍານຊີ້ໃຫ້ເຫັນການພົວພັນສອງຝ່າຍລະຫວ່າງແດນມາກ ແລະ ຫວຽດນາມ ໄດ້ຮັບການປັບປຸງຢ່າງແໜ້ນແຟ້ນກວ່າ.