ນາຍົກລັດຖະມົນຕີລາວຕ້ອນຮັບຄະນະຜູ້ແທນອົງການໄອຍະການປຊຊສູງສຸດຫວຽດນາມ

 ນາຍົກລັດຖະມົນຕີລາວຕ້ອນຮັບຄະນະຜູ້ແທນອົງການໄອຍະການປຊຊສູງສຸດຫວຽດນາມ - ảnh 1
(ທ່ານ​ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີແຫ່ງ
ສປປ. ລາວ ​ຕ້ອນຮັບ​ທ່ານ ຫງວຽນຮ່ວາ​ບິ່ງ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 19/10, ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ, ທ່ານ​ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີແຫ່ງ ສປປ. ລາວ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ ອົງການ​ໄອ​ຍະ​ການ​ປະຊາຊົນສູງ​ສຸດ ຫວຽດນາມ ​ໂດຍ​ທ່ານ ຫງວຽນຮ່ວາ​ບິ່ງ ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຫວຽດນາມ ນຳ​ໜ້າ, ​ເນື່ອງ​​ໃນ​ໂອກາດ ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອົງການ​ໄອ​ຍະ​ການ​ປະຊາຊົນ​ບັນດາ​ແຂວງ​ຊາຍ​ແດນ ລາວ - ຫວຽດນາມ ຄັ້ງ​ທີ 4 ຢູ່​ແຂວງ ຫລວງ​ພະ​ບາງ. ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແລະ ​ເຊື່ອ​ໝັ້ນ​ວ່າ: 2 ຝ່າຍ​ຈະ​ບັນລຸ​ໄດ້​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ສູງ​ກ່ວາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ສ່ວນ​ທ່ານ ຫງວຽນ​ຮ່ວາ​ບິ່ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ຈະ​ໜູນ​ຊ່ວຍ​ຢ່າງ​ສູງ​ສຸດ​ເພື່ອ​ໃຫ້ ລາວ​ ຈັດ​ຕັ້ງ​ກ​ອງປະຊຸມຂັ້ນ​ຫົວໜ້າ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດ ອາ​ຊຽນ ​ໃນ​ປີ 2016 ​ໃຫ້​ປະສົບ​​ຜົນສຳ​ເລັດ. ທ່ານ ​ເຈືອງ​ຮ່ວາ​ບິ່ງ ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ລາວ ກ່ຽວ​ກັບວຽກງານບຳລຸງ​ສ້າງ​ພະນັກງານ.

 


ຂ່າວ/ບົດ​ອື່ນ