(ພາບປະກອບ)
(vovworld) - ວັນທີ 29/06/2016 ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫລົດໃຈເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່ຽວກັບ 2 ເຮືອບິນ SU 30MK2 ແລະ CASA 212 ປະສົມັອຸປະຕິເຫດໃນວັນທີ 14 ແລະ 16/06/2016. ໃນສານ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ: ທ່ານໄດ້ຕິດຕາມຢ່າງໃກ້ຊິດກ່ຽວເຫດການນີ້ ແລະ ຖືນີ້ແມ່ນການເສຍສະຫຼະຊີວິດ ແລະ ເສຍຫາຍຢ່າງໃຫຍ່ຫລວງສຳລັບກອງທັບ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມເສົ້າສະຫລົດໃຈ ແລະ ເສຍດາຍຢ່າງໃຫຍ່ຫລວງ. ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນ ລາວ ຝາກຄຳແບ່ງເບົາຄວາມເສົ້າສະຫລົດຢ່າງເລິກເຊິ່ງເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ກໍ່ຄືກອງທັບ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ. ພິເສດແມ່ນສຳລັບຄອບຄົວບັນດາພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດ.