ນາຍົກລັດຖະມົນຕີສິງກາໂປຫຼີຊຽນຫຼົງຊົມເຊີຍການກັບຄືນອາຊີຂອງອາເມລິກາ

ນາຍົກລັດຖະມົນຕີສິງກາໂປຫຼີຊຽນຫຼົງຊົມເຊີຍການກັບຄືນອາຊີຂອງອາເມລິກາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ແລະ ທ່ານ​ຮອງ​ປະທານາທິບໍດີ Joe Biden
(ພາບ: citinews.net)

(vovworld) – ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ຢູ່​ທຳນຽບຂາວ​ໃນ​ວັນ​ທີ 25/6, ທ່ານ​ນາ​ຍົກ​ລັດຖະມົນຕີ ສິງ​ກາ​ໂປ ຫຼີຊຽນຫຼົງ ​ໄດ້​ຊົມ​ເຊີຍ​ນະ​ໂຍບາຍ​ກັບ​ຄືນ ອາ​ຊີ ຂອງ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ຂອງ​ທ່ານ​ປະທານາທິບໍດີ Barack Obama ທີ່​ມີ​ຕໍ່​ພາກ​ພື້ນ. ​ໃນ​ການ​ພົບ​ປະ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢັ້ງຢືນ​ຄືນ​ໃໝ່​ການ​ພົວພັນ​ທີ່ໝັ້ນຄົງ​ລະຫວ່າງ ອາ​ເມ​ລິ​ກາ - ສິງ​ກາ​ໂປ ​ແລະ ​ແລ​ກປ່ຽນ​ທັດສະນະ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ​ກ່ວາ​ອີກ.  2 ຝ່າຍ​ກໍ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ໃຫ້ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ພົວພັນ​ໃນ​ພາກ​ພື້ນ, ຄື​ສັນຍາຄູ່​ຮ່ວມ​ມື​ເຂດ​ປາຊີ​ຟິກ (TPP), ພິ​ເສດ​ໃນ​ສະພາບ​ການ ອາ​ຊີ ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ບົດບາດ​ສຳຄັນ​ສຳລັບ​ການ​ພັດທະນາ​ເສດຖະກິດ ​ແລະ ຍຸ​ດທະ​ສາດ​ຂອງ ອາ​ເມ​ລິ​ກາ. ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ​ແລະ ທ່ານ​ຮອງ​ປະທານາທິບໍດີ Joe Biden ລ້ວນ​ແຕ່​ຖື​ວ່າ: ພ້ອມ​ກັບໝາກຜົນ​ທີ່​ບັນລຸ​ໄດ້​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) ອາ​ເມ​ລິ​ກາ - ສິງ​ກາ​ໂປ, ​ເລື່ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ​ກ່ຽວ​ກັບ TPP ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດຍ້ອນ​ວ່າ TPP ສວມ​ບົດບາດ​ສຳຄັນ​ໃນ​ການ​ພົວພັນ ອາ​ເມ​ລິ​ກາ ກັບ ອາຊີ. ການ​ນຳ 2 ທ່ານ​ກໍ່ຮັບຮູ້​ຄວາມ​ກ້າວ​ໜ້າ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປະຕິບັດ​ກົດໝາຍ, ພ້ອມ​ທັງ​ຢັ້ງຢືນ​ບັນດາ​ແຜ​ນການບຳລຸງ​ສ້າງ​ບຸກຄະລາ​ກອນ​ຂອງ 2 ປະ​ເທດ ​ໃຫ້​ປະ​ເທດ​ທີ 3 ​ແມ່ນ​ມີ​ຜົນ​ປະ​​ໂຫຍ​ດ​ໃຫ້​ແກ່​ການ​ພົວພັນ​ກັບ ອາ​ເມ​ລິ​ກາ ກັບ​ບັນດາ​ປະ​ເທດ ອາຊີ. 2 ຝ່າຍ​ກໍ່​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ການ​ຢູ່​ພາກ​ພື້ນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ