ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິ້​ນ​ສຸດ​ການ​ຢ້ຽມ​ຢາມ​ບຸນ​ກາ​ຣີ​ຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິ້​ນ​ສຸດ​ການ​ຢ້ຽມ​ຢາມ​ບຸນ​ກາ​ຣີ​ຢ່າງ​ເປັນ​ທາງ​ການ - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 6/6, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ອອກ​ຈາກນະຄອນຫຼວງ Sofia, ປະ​ເທດ​ບຸນ​ກາຣີ, ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ບຸນ​ກາຣີ, ​ປອກຕູຍ​ການ, ອານ​ເຊ​ຮີ້ ​ແລະ ການ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ​ຢູ່ ກາ​ຢັກ​ສະຖານ ຢ່າງ​ເປັນ​ທາງ​ການ.

        ກ່ອນ​ໜ້າ​ນັ້ນ​ຕອນ​ເຊົ້າວັນ​ດຽວ​ກັນ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ຢ້ຽມຢາມ​ສະຖານທູດ​ຫວຽດນາມ​ປະຈຳ​ບຸນ​ກາຣີ, ​ແລະ​ພົບ​ປະ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ ບຸນ​ກາຣີ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເຊື່ອ​ໝັ້ນ​ວ່າ, ປະຊາ​ຄົມຊາວ​ຫວຽດນາມຢູ່​ບຸນ​ກາຣີ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ, ຍາມ​ໃດ​ກໍ່​ຮັກ​ແພງ, ຊ່ວຍ​ເຫຼືອ​ກັນ ​ແລະ ​ເຊື່ອມ​​ໂຍງ​ກັບປະ​ເທດ​ບຸນ​ກາຣີ ​ເປັນ​ຢ່າງ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ