ນາຍົກລັດຖະມົນຕີສປປລາວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງບິ່ງ

ນາຍົກລັດຖະມົນຕີສປປລາວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງບິ່ງ - ảnh 1
(ນາຍົກລັດຖະມົນຕີສປປລາວຢ້ຽມຢາມ

ແລະ ເຮັດວຽກຢູ່ແຂວງກວາງບິ່ງ)


(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 14/7, ທ່ານ ນາຍົກລັດຖະມົນຕີ ສປປ.ລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ກວາງ​ບິ່ງ. ທີ່​ການ​ເຮັດ​ວຽກ, ການ​ນຳ​ແຂວງ​ກວາງ​ບິ່ງ ​ໄດ້​ແນະ​ນຳ​ໃຫ້​ທ່ານນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຮັບ​ຊາບ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖີ່​ນ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງ​ກວາງ​ບິ່ງ​ກັບ​​ແຂວງຕ່າງໆ​ຂອງ​ລາວ ​ໃນ​ໄລຍະ​ຜ່ານ​ມາ. ພາຍຫຼັງ​ການ​ເຮັດ​ວຽກ, ທ່ານນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ສືບ​ຕໍ່​ໄປ​ຢ້ຽມຢາມ ​ແລະ ສຳ​ຫຼວດສະຖານ​ທີ່​ປະຕິບັດ​ໂຄງ​ການ​ກໍ່ສ້າງ​ທໍ່​ສົ່ງ​ນຳ້ມັນ​ຢູ່​ທ່າ ຮ່ອນ​ລາ. ຖະຫວາຍ​ທູບ​ທຽນ ​ໄຫວ້ອາ​ໄລ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ທີ່​ວຸ້ງຈົ່ວ, ດາວອ໋ຽນ.

 

ຂ່າວ/ບົດ​ອື່ນ