ນາຍົກລັດຖະມົນຕີສະໂລວາເກຍຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີສະໂລວາເກຍຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ​
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico)

(vovworld) - ​​ ​​​​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ​ສ.ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ທ່ານ​ນາ​ຍົກ​ສ.ສະ​ໂລ​ວາ​ເກຍ Robert Fico ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງວັນ​ທີ 16 – 19/07. ຕອນ​ເຊົ້າ​ວັນ​ທີ 18/07, ຢູ່​ຫ້ອງວ່າ​ການ​​ປະ​ທານ​ປະ​ເທດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເປັນ​ເຈົ້າ​ພາບ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ​ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ໂລ​ວາ​ເກຍ ​ຢ້ຽມ​ຢາມ​ຫວຽດ​ນາມ​ເປັນ​ທາງ​ການຢ່າງ​ສົມ​ກຽດ. ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​​ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ 2 ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ແຕ່​ລະ​ປະ​ເທດ, ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ ແລະ ບັນ​ດາ​ບັນ​ຫາ​​ພາກ​ພື້ນ ແລະ ສາ​ກົນ​ຢ່າງລະ​ອຽດ ເຊິ່ງ​ຕ່າງ​ຝ່າຍ​ຕ່າງມ​ີ​ຄວາມ​ສົນ​ໃຈ. ການ​ນຳ 2 ທ່ານ​ໄດ້​ຕ​ີ​ລາ​ຄາ​ການ​ຮ່ວມ​ມືດ​້ານ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ. ເພື່ອ​ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໃຫ້​ຂຶ້​ນ​ສູ່​ລະ​ດັບ​ສູງ​ໃໝ່, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ຕົກ​ລົງ​ສືບ​ຕໍ່​ຍົກ​ສູງ​​ປະ​ລິດ​ທິ​ຜົນ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ເພີ່ມ​ທະ​ວີ​ວຽກ​ງານ​ສົ່ງ​ເສີມ​ດ້ານ​ການ​ຄ້າ, ການ​ລົງ​ທຶນ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື, ຊອກ​ຮູ້​ຕະ​ຫຼາດ​ຂອງ​ກັນ. 2 ຝ່າຍກໍ່​ເຫັນ​ດີ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ບຳ​ລ​ຸງ​ສ້າງ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ຢືນ​ຢັນ​ວ່າ, ສະ​ໂລ​ວາ​ເກຍ ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທ​ະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ, ໃຫ້​ສັດ​ຕະ​ຍາ​ບັ​ນ​ສັ​ນ​ຍາ​ກາ​ນ​ຄ້າ​ຫວຽດ​ນາມ - ອີ​ຢູ (EVFTA) ແລະ ຊຸກ​ຍູ້ ອີ​ຢ​ູ ຮັບ​ຮູ​້​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼ​າດ​ຢ່າງ​ຄົບ​ຖ້ວນ​ໃຫ້​ຫວຽດ​ນາມ ໂດ​ຍ​ໄວ ພ້ອມ​ກັບ​ຈຸດ​ເວ​ລາ​ລົງ​ນາມ​ໃນ EVFTA ຢ່າງ​ເປັນ​ທາງ​ການ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທິ, ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ, ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊ​າດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດ​ ຖະ​ແຫຼງ​​ການ​ວ່າ​ດ້ວຍການປະ​ພຶດ​ບັນ​ດາຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ກ້າວ​ໄ​ປ​ເຖິງ​ສ້າງ ກົດແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ຄົບ​ຖ້ວນ, ຖືນີ້​ແມ່ນ​ວິ​ທີ​ທີ່​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມປອດ​ໄພ ແລະ ການ​ເດີນ​ທະ​ເລ​ຢ່າງ​ເສ​ລີ, ການ​ບິນ ແລະ ການ​ແລກ​ປ່ຽນ​ການ​ຄ້າ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ໄດ້​ເຊີນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄປ​ຢ້ຽມ​ຢາມ​ສະ​ໂລ​ວາ​ເກຍ ຢ່າງ​ເປັນ​ທ​າງ​ການ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ.

        ພາຍ​ຫລັງ​ການ​ເຈ​ລະ​ຈາ ແລະ ເປັ​ນ​ສັກ​ຂິ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ ແລະ ວິ​ສາ​ຫະ​ກິດ​ສອງ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ​ໄດ້​ດຳ​ເນີນ​ການ​ປະ​ຊຸມ​ຂ່າວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ໃຫ້​ຮູ້​ວ່າ: ການ​ເຈ​ລະ​ຈາ​ຄັ້ງ​ນີ້ ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ສະ​ໂລ​ວາກ​ີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເວົ້າ​ວ່າ:

        “ສອງ​ຝ່າຍ​ຊົມ​ເຊີຍ​ບັນ​ດາ​ວິ​ສາ​ຫະ​ກິດ ສະ​ໂລ​ວາ​ກີ ລົງ​ທຶນ​ຢູ່​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ ສະ​ໂລ​ວາ​ກີ ມີ​ທ່າ​ແຮງ ແລະ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ໄດ້​ມີ​ເອ​ກະ​ສານ​ຫລາຍ​ສະ​ບ​ັບ​​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດໄດ້​ຮັບ​ການ​ລົງ​ນາມ, ພິ​ເສດ ບັນ​ດາ​ວິ​ສາ​ຫະ​ກິດ ໄດ້​ມີ​ບັນ​ດາ​ສັນ​ຍາ​ການ​ຄ້າ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ທີ່​ສຳ​ຄັນ​ຍິ່ງ. ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໂລ​ວາ​ກີ ໄດ້​ສ້າງ​ໂອ​ກາດໃຫມ່ ແລະ ເງື່ອນ​ໄຂ​ລະ​ອຽດ​ເພື່ອ​ໃຫ້​ສອງ​ປະ​ເທດ​ຮ່ວມ​ມື​ຫລາຍ​ດ້ານ​ໃນ​ບັນ​ດາ​ຂົງ​ເຂດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໂລ​ວາ​ເກຍ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ ສອງ​ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ຈັດ​ຕັ້ງ​ການແລກ​ປ່ຽນລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ເປັນ​ປະ​ຈຳ, ແມ່ນ​ກຳ​ລັງ​ຫນູນ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່.

ຂ່າວ/ບົດ​ອື່ນ