ນາຍົກລັດຖະມົນຕີຫງວຽນຊວນຟຸກກະກຽມໄປຢ້ຽມຢາມສປປ.ລາວ

(VOVWORLD) -ວັນທີ 30 ມັງກອນ, ກະຊວງການຕ່າງປະເທດຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງສສ.ຫວຽດນາມ ໄປລາວ, ເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 40 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ ໃນລະຫວ່າງວັນທີ 04 – 05 ກຸມພາ 2018. ການໄປເຮັດວຽກຄັ້ງນີ້ແມ່ນປະຕິບັດຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງສປປ.ລາວ ທອງລຸນ ສີສຸລິດ.

ຕອບກັບ

ຂ່າວ/ບົດ​ອື່ນ