ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດKumhoAsiana

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດKumhoAsiana - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕ້ອນຮັບ
​ທ່ານ Park Sam Koo ປະທານ​ກຸ່ມ​ບໍລິສັດ Kumho Asiana)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 20/04, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ Park Sam Koo ປະທານ​ກຸ່ມ​ບໍລິສັດ Kumho Asiana (ສ.​ເກົາຫຼີ), ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​​ຕ່າງປະ​ເທດ​ເຂົ້າມາ​ ​ລົງທຶນ, ຜະລິດດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ, ​ໃນ​ນັ້ນ​ມີ​ກຸ່ມ​ບໍລິສັດ Kumho Asiana. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ປາດ​ຖະໜາ​ວ່າ: ກຸ່ມ​ບໍລິ​ສັດ​ສືບ​ຕໍ່​ເປີດ​ກ້ວາງ​ການ​ລົງທຶນ ​ແລະ ຄຽງ​ຂ້າງ​ການ​ເຄື່ອນ​​ໄຫວ​ດ້ານ​ການ​ຄ້າ ຈະຍູ້​ແຮງ​ການ​ຮ່ວມ​ມື, ອຸປະຖຳ​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ​ຢູ່ ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ.

        ສ່ວນ​ທ່ານ Park Sam Koo ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຸ່ມ​ບໍລິສັດ Kumho Asiana ກໍ່​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນ​ດາ​ໂຄງການ, ລາຍການ ຕື່ມ​ອີກ ​ເພື່ອ​ແນ​ໃສ່​ປະກອບ​ສ່ວນ​ເພີ່​ມທະວີ​ການ​ພົວພັນ​ຮ່ວມ​ມື, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ວິ​ສາ​ຫະກິດ ​ແລະ ປະຊາຊົນ 2 ປະ​ເທ​ດ ຫວຽດນາມ - ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ