ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງແລະສື່ສານໂມຊຳບິກ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງແລະສື່ສານໂມຊຳບິກ - ảnh 1
ທ່ານ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ ແລະ​ ​ສື່ສານ ​ໂມ​ຊຳ​ບິ​ກ Carlos Mesquit ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(vovworld) – ​ຕອນ​ບ່າຍ​ວັນ​ທີ 24/5, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ ແລະ​ ​ສື່ສານ ​ໂມ​ຊຳ​ບິ​ກ Carlos Mesquita, ພວມ​ຢູ່​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ 2 ຝ່າຍ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ​ໂທລະ​ຄົມມະ​ນາ​ຄົມ. ທ່ານ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງ​ວ່າ​ໃນຂົງ​ເຂດ​​ເດີນ​ເຮືອ, ພັດທະນາ​ການ​ຂົນ​ສົ່ງ​​ເຂດແຄມ​ທະ​ເລ​ແມ່ນ​ບັນຫາ​​ໄດ້​ຮັບ​ຄວາມ​ເອົາ​​ໃຈ​ໃສ່​ຈາກ ລັດຖະບານ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ຄ່າ​​ໃຊ້​ຈ່າຍຂົນ​ສົ່ງ, ຫລຸດ​ຜ່ອນ​ຄວາມ​ກົດ​ດັນ​​ຄົມມະນາຄົມ​ທາງບົກ, ປະກອບສ່ວນ​ສ​້າງ​ໂຄງ​ປະກອບ​ບັນດາ​ຮູບ​ແບບ​ການ​ຂົນ​ສົ່ງຄືນ​ໃໝ່. ດັ່ງ​ນັ້ນ, 2 ຝ່າຍ​ຕ້ອງ​ແບ່ງປັນ​ບົດຮຽນ​ເພື່ອ​ພ້ອມ​ກັນ​ພັດທະນາ​ຂົງ​ເຂດ​ນີ້​ແມ່ນ​ຈຳ​ເປັນ​ທີ່​ສຸດ. ກ່ຽວ​ກັບ​ຂົງ​ເຂດ​ໂທລະ​ຄົມມະນາຄົມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ມີ​ບັນດາ​ນະ​ໂຍບາຍ ​ແລະ ມາດ​ຕະການ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ບໍລິສັດ​ໂທລະ​ຄົມມະນາຄົມ​ກອງທັບ (Viettel) ຢູ່ ໂມ​ຊຳ​ບິ​ກ ກໍ່​ຄື​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ, ຖ່າຍ​ທອດ​​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ນີ້. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ສະ​ເໜີ​ໃຫ້ ໂມ​ຊຳ​ບິ​ກ ໜູນ​ຊ່ວຍ​ບາງ​ມາດ​ຕະການ​ໃຫ້​ແກ່ Viettel, ​ເພື່ອຮັບປະກັນ​ຄວາມສະຫງົບ​ປອດ​ໄພ, ຊັບສົນ​ບັດ​ໃຫ້​ແກ່​ນັກ​ລົງທຶນ ຫວຽດນາມ ຢູ່​ປະ​ເທດ​ນີ້.



ຂ່າວ/ບົດ​ອື່ນ