ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ການຕ້ອນຮັບທ່ານ Thomas Vilasck
(ພາບ: QuangHieu)
(vovworld) – ຕອນບ່າຍວັນທີ 25/04, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Thomas Vilasck ລັດຖະມົນຕີວ່າການກະຊວງກະສິກຳ ອາເມລິກາ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ: ອາເມລິກາ ຍູ້ແຮງ ບັນດາການເຄື່ອນໄຫວສົມທົບກັນ, ໜູນຊ່ວຍ ຫວຽດນາມ ໃນການຜະລິດກະສິກຳ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ວ່າ: ລັດຖະບານ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ແລະ ສະແດງຄວາມເຊື່ອໝັ້ນວ່າ: ສະພາແຫ່ງຊາດ ຫວຽດນາມ ຈະໃຫ້ສັດຕະຍາບັນສັນຍາ TPP ໃນໄລຍະ ໄວທີ່ສຸດ, ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ບັນດາລາຍການ, ໂຄງການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດຂອງຊີວິດເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ອາເມລິກາ ຈະໜູນຊ່ວຍ ຫວຽດນາມ ໃນການຍົກສູງຄວາມສາມາດ, ເຕັກໂນໂລຢີ; ເອົາໃຈໃສ່ດ້ານສຸຂະອະນາໄມອາຫານ ແລະ ການຜະລິດປອດສານພິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີລັດຖະບານ ອາເມລິກາ ອອກໜັງສືອະນຸຍາດນຳເຂົ້າສຳລັບບັນດາປະເພດຜະລິດຕະພັນກະເສດຄື: ໝາກມ່ວງ, ໝາກນ້ຳນົມຂອງ ຫວຽດນາມ; ພ້ອມທັງ ພິຈາລະນາຄືນນະໂຍບາຍ ເພື່ອສືບຕໍ່ໜູນຊ່ວຍການສົ່ງອອກປາຈາ, ປາບາຊາຂອງ ຫວຽດນາມ ເຂົ້າຕະຫລາດ ອາເມລິກາ.
ສ່ວນທ່ານ Thomas Vilasck ລັດຖະມົນຕີວ່າການກະຊວງກະສິກຳ ອາເມລິກາ ໃຫ້ຮູ້ວ່າ: ລັດຖະບານ ອາເມລິກາ ເອົາໃຈໃສ່ທີ່ສຸດ ແລະ ພ້ອມແລ້ວ ທີ່ຈະສົ່ງນັກຊ່ຽວຊານສົມທົບກັບ ຫວຽດນາມ ແບ່ງປັ່ນບົດຮຽນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ ເພາະວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດໃນໂລກຖືກຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດຢ່າງໜັກໜ່ວງ. ທ່ານ Thomas Vilasck ໃຫ້ຮູ້ວ່າ: ອາເມລິກາ ກໍ່ຈະສ້າງເງື່ອນໄຂເປີດກ້ວາງຕະຫລາດຜະລິດຕະພັນກະເສດສຳລັບ ຫວຽດນາມ