ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບປະທານາທິບໍດີຝລັ່ງ
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ພົບປະເຈລະຈາກັບປະທານາທິບໍດີຝລັ່ງ)
(vovworld) - ຕອນເຊົ້າວັນທີ 06/09, ທີ່ການພົບປະເຈລະຈາກັບທ່ານປະທານາທິບໍດີຝລັ່ງ Francois Hollande ພວມຢ້ຽມຢາມທາງລັດຖະກິດຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເບີດບານຕໍ່ບັນດາໝາກຜົນອັນດີງາມໃນການເຈລະຈາລະຫວ່າງທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີຝລັ່ງ Francois Hollande ກໍຄືບັນດາໝາກຜົນຮອບດ້ານທີ່ບັນລຸໄດ້ໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝລັ່ງ ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ຝລັ່ງ ຈະສືບຕໍ່ຮັກສາອຸປະຖຳແຫຼ່ງທຶນ ODA ໃຫ້ແກ່ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດພື້ນຖານໂຄງລ່າງ, ການປ່ຽນແປງຂອງດິນຟ້າອາກາດ, ການຫຼຸດຜ່ອນຄວາມທຸກຍາກ… ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນກວ່າອີກ, ສູ້ຊົນເພີ່ມວົງເງິນການຄ້າ 2 ສົ້ນຂຶ້ນທົບ 2 ເທົ່າໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ຝລັ່ງ ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ກ່ຽວກັບການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ການເດີນທະເລຢ່າງເສລີ, ການບິນຢູ່ທະເລຕາເວັນອອກ; ແກ້ໄຂບັນຫາທະເລຕາເວັນອອກ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982…
ສ່ວນທ່ານປະທານາທິບໍດີຝລັ່ງ Francois Hollande ຢືນຢັນວ່າ, ຝລັ່ງ ຍາມໃດກໍ່ໃຫ້ບຸລິມະສິດໃຫ້ແກ່ການເພີ່ມທະວີຮ່ວມມືດ້ານເສດຖະກິດກັບຫວຽດນາມ. ຝລັ່ງ ກໍ່ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ ຖ່າຍຖອດເຕັກໂນໂລຊີ, ການສຶກສາບຳລຸງສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…