ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຕາແສງຊົນນະບົດໃໝ່ນາມຢາງ,ເງະອານ
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ເຮັດວຽກຢູ່ຕາແສງຊົນນະບົດໃໝ່ນາມຢາງ,ເງະອານ)
(vovworld) - ຕອນເຊົ້າວັນທີ 15/08, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ລົງຢ້ຽມຢາມຕາແສງຊົນນະບົດໃໝ່ ນາມຢາງ, ເມືອງນາມດ່ານ ແລະ ບາງກິດຈະກຳໃນບໍລິເວນແຂວງເງະອານ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ິ້ແຈ້ງວ່າ, ນອກຈາກບັນດາປັດໄຈກ່ຽວກັບພື້ນຖານໂຄງລ່າງໄຟຟ້າ, ທາງຄົມມະນາຄົມ, ໂຮງຮຽນ, ສຸກສາລາ, ຈຸດໝາຍຂອງການກໍ່ສ້າງຊົນນະບົດໃໝ່ແມ່ນສ້າງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ປະຊາຊົນໃຫ້ເປັນຢ່າງດີກວ່າ. ທ່ານນາຍົກລັດຖະມົນຕີຖືວ່າ, ວຽກງານຕ້ອງເຮັດໃນໄລຍະຈະມາເຖິງແມ່ນສ້າງໂຄງປະກອບກະສິກຳຄືນໃໝ່, ປ່ຽນໃໝ່ອົງປະກອບຜົນປະປູກ, ສັດລ້ຽງ ຕິດພັນກັບຕະຫຼາດ ແລະ ມີຂອບຂະໜາດລວມສຸນ, ສ້າງມູນຄ່າເພີ່ມສູງ…
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢ້ຽມຢາມ ແລະ ສຳຫຼວດລະດັບຄວາມຄືບໜ້າການຜັນຈະຫຍາຍໂຄງການເຂດອຸດສາຫະກຳ VSIP ເງະອານ. ນີ້ແມ່ນເຂດອຸດສາຫະກຳແຫ່ງທີ 7 ຂອງ VSIP ຢູ່ຫວຽດນາມ, ໄດ້ເລີ່ມລົງມືກໍ່ສ້າງເມື່ອເດືອນ 09/2015.
ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະປະຕິບັດງານຂອງລັດຖະບານ ກໍໄດ້ລົງຢ້ຽມຢາມໂຄງການລົງທຶນທ່າກ່ຳປັ່ນ VISSAI ຢູ່ເຂດເສດຖະກິດຕາເວັນອອກສ່ຽງໃຕ້ - ເງະອານ; ຢ້ຽມຢາມໂຄງການທ່າກ່ຳປັ່ນ ເກືອລໍ່…