ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມວຽກງານຍຸດຕິທຳ 2017
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມ ກອງປະຊຸມຜັນຂະຫຍາຍວຽກງານຍຸດຕິທຳ ທົ່ວປະເທດປີ 2017 |
(vovworld)- ຕອນເຊົ້າວັນທີ 13/12, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດ ນາມ ຫງວຽນຊວນຟຸກໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຍຸດຕິທຳ ທົ່ວປະເທດປີ 2017. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດ ນາມ ຫງວຽນຊວນຟຸກໄດ້ສະເໜີຂະແໜງຄວນເປັນເຈົ້າການເປັນເສນາທິການຕໍ່ລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບວິທີການຫັນເປັນລະບອບລະບຽບການຢ່າງຄົບຖ້ວມ, ທັນການ, ປ່ຽນແປງໃໝ່ຢ່າງຖືກກັບຈິດໃຈບັນດາມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ. ທ່ານນາຍົກລັດຖະມົນຕີຫວຽດ ນາມ ຫງວຽນຊວນຟຸກສະເໜີກະຊວງຍຸດຕິທຳຕ້ອງປະຕິບັດໂຄງການສ້າງກົດໝາຍໃຫ້ເປັນຢ່າງດີກ່ວາອີກ. ທ່ານນາຍົກລັດຖະມົນຕີຫວຽດ ນາມ ຫງວຽນຊວນຟຸກກ່າວວ່າ : (ເທບ)
“ ຂ້າພະເຈົ້າສະເໜີເຮັດຂອດກວດກາ, ຕ້ານການສະແຫວງຫາຜົນປະໂຫຍດເປັນກຸ່ມໃນການສ້າງລະບອບລະບຽບການເປັນຢ່າງດີ. ພວກເຮົາບໍ່ຍອມຮັບທາງດ້ານເອກະສານນິຕິກຳທີ່ປະກາດໃຊ້ບໍ່ເພື່ອຜົນປະໂຫຍດຂອງທົ່ວທັງສັງຄົມ, ຫາກເພື່ອຜົນປະໂຫຍດສະເພາະຂອງກະຊວງ, ຂະແໜງການໃດໜຶ່ງ. ຍ້ອນກະຊວງຍຸດຕິທຳເອງ, ກໍຖອດຖອນບົດຮຽນ ແລະ ເປັນແບບຢ່າງຕໍ່ວຽກງານນີ້ ”