ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານງານລ້ຽງສາກົນເນື່ອງໃນໂອກາດວັນຊາດທີ 2 ກັນຍາ

(VOVWORLD) -ຕອນຄ່ຳວັນທີ 31 ສິງຫາ, ຢູ່ສູນກອງປະຊຸມສາກົນ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາໄດ້ເປັນປະທານງານລ້ຽງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າ, ຫົວໜ້າອຸປະທູດບັນດາອົງການຈັດຕັ້ງສາກົນ ພ້ອມກັບບັນດາພັນລະຍາ, ສາມີປະຈຳຫວຽດນາມ ຢ່າງສົມກຽດເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນຊາດຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2017).

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານງານລ້ຽງສາກົນເນື່ອງໃນໂອກາດວັນຊາດທີ 2 ກັນຍາ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານງານລ້ຽງສາກົນ

ເນື່ອງໃນໂອກາດວັນຊາດທີ 2 ກັນຍາ)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ສືບຕໍ່ມານະພະຍາຍາມສ້າງລັດຖະບານແຫ່ງການສ້າງສັນພັດທະນາ, ສັດຊື່ບໍລິສຸດ, ກະທຳ, ຮັບໃຊ້ປະຊາຊົນ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ດ້ວຍຄວາມມານະພະຍາຍາມຂອງຕົນ ແລະ ການໜູນຊ່ວຍຂອງຫຼາຍປະເທດ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້າຮັບຮູ້.

        “ປະຈຸບັນ, ພວກຂ້າພະເຈົ້າພວມສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂບຸກທະລຸ ແລະ ມີການກະທຳຢ່າງຂ້ຽວຂາດໃນການຊີ້ນຳບໍລິຫານ; ຍົກສູງສະມັດຕະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ; ສູ້ຊົນຮັບປະກັນຄາດໝາຍເຕີບໂຕ ແລະ ພັດທະນາຢ່າງມີປະສິດທິຜົນ, ໝັ້ນຄົງ, ກວມລວມຢູ່ໃນລະດັບສູງສຸດ…”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂອບໃຈ ແລະ ປາດຖະໜາສືບຕໍ່ໄດ້ຮັບບັນດາອາລົມຈິດອັນດີງາມ, ການສະໜັບສະໜູນອັນລ້ຳຄ່າ, ການຮ່ວມມືຢ່າງມີປະສິດທິຜົນຂອງລັດຖະບານ, ປະຊາຊົນບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ພາກພື້ນ ແລະ ບັນດາຄູ່ຮ່ວມມື, ເພື່ອນມິດສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ