ນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກກັບການນຳແຂວງລາວກາຍ

(VOVWORLD) -ຕອນບ່າຍວັນທີ 20 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງລາວກາຍ ກ່ຽວກັບການປະຕິບັດໜ້າທີ່ເສດຖະກິດ, ສັງຄົມ.

ນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກກັບການນຳແຂວງລາວກາຍ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກກັບການນຳແຂວງລາວກາຍ

(ພາບ:baolaocai.vn)

ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ແຂວງລາວກາຍ ຕ້ອງສູ້ຊົນຮອດປີ 2030 ໃຫ້ກາຍເປັນແຂວງທີ່ມີການພັດທະນາດີຂອງທົ່ວປະເທດ, ຢືນໃນກຸ່ມ 15 ແຂວງ, ນະຄອນນຳໜ້າຂອງທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ເນັ້ນໜັກວ່າ.

        “ພວກສະຫາຍໄດ້ເວົ້າເຖິງທິດທີ່ວ່າ ນຳແຂວງ ລາວກາຍ ໃຫ້ກາຍເປັນແຂວງພັດທະນາຮອບດ້ານຢູ່ເຂດພູດອຍທາງພາກເໜືອ. ສູ້ຊົນຮອດປີ 2030 ແມ່ນໃຫ້ກາຍເປັນແຂວງທີ່ມີການພັດທະນາດີຂອງທົ່ວປະເທດ, ຢືນໃນກຸ່ມ 15 ແຂວງນະຄອນນຳໜ້າໃນທົ່ວປະເທດ. ຄາດໝາຍດັ່ງກ່າວແມ່ນໃຫຍ່ຫຼວງທີ່ສຸດໃນປີ 2030. ສ້າງແຂວງລາວກາຍ, ຊາປາ ໃຫ້ມີການພັດທະນາຢ່າງສີວິໄລ, ທັນສະໄໝເພື່ອໃຫ້ປະຊາຊົນມີການພັດທະນາຢ່າງຮອບດ້ານ.”

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄືວັນທີ 27 ກໍລະກົດ. ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕາແສງ ຢວຽນຫາຍ, ນະຄອນລາວກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ