ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ເຂົ້າຮ່ວມພິທີເລີ່ມລົງມືປະຕິບັດໂຄງການ VISIP ເງະອານ
ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ເຂົ້າຮ່ວມພິທີເລີ່ມລົງມືປະຕິບັດໂຄງການ VISIP ເງະອານ |
(vovworld)- ຕອນເຊົ້າວັນທີ 16/9, ໂຄງການເຂດອຸດສາຫະກຳຮ່ວມທຸລະກິດຫວຽດນາມ - ສິງກະໂປ( VISIP) ທີ 7 ຢູ່ຫວຽດນາມ ໄດ້ເລີ່ມປະຕິບັດຢ່າງເປັນທາງການຢູ່ເມືອງຮຶງງວຽນ, ແຂວງ ເງະອານ. ກ່າວຄຳເຫັນທີ່ພິທີເລີ່ມລົງມືປະຕິບັດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຢືນຢັນວ່າ : ເຂດອຸດສາຫະກຳຮ່ວມທຸລະກິດຫວຽດນາມ - ສິງກະໂປ ຢູ່ເມືອງຮຶງງວຽນ, ແຂວງ ເງະອານ ທີ່ເຂົ້າສູ່ການເຄື່ອນໄຫວນັ້ນ, ບໍ່ພຽງແຕ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງແຂວງເງະອານເວົ້າສະເພາະ ແລະ ເຂດຕອນເໜືອຂອງພາກກາງເທົ່ານັ້ນ, ຫາກຍັງ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ລັດຖະບານ, ວິສາຫະກິດຂອງ 2 ປະເທດອີກດ້ວຍ, ອັນໄດ້ປະກອບສ່ວນເຂົ້າໃນການເສີມສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຂໍ້ຕົກລົງເຊື່ອມຕໍ່ 2 ພື້ນຖານເສດຖະກິດລະຫວ່າງ 2 ລັດຖະບານຫວຽດນາມ ແລະ ສິງກະໂປ.
ແລະ ກໍເນື່ອງໃນໂອກາດດຳເນີນພິທີເລີ່ມລົງມືປະຕິບັດໂຄງການເຂດອຸດສາຫະກຳຮ່ວມທຸລະກິດຫວຽດນາມ - ສິງກະໂປ ຢູ່ແຂວງເງະອານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ Lim Hng Kiang. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຢືນຢັນວ່າ ລັດຖະບານຫວຽດນາມໝັ້ນໝາຍສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດປະເທດຕ່າງໆ, ໃນນັ້ນ ມີສິງກະໂປ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ Lim Hng Kiang ຢືນຢັນວ່າ ລັດຖະບານ ແລະ ບັນດາວິສາຫະກິດສິງກະໂປ ໝັ້ນໝາຍຈະຍູ້ແຮງ ແລະ ພະຍາຍາມປະຕິບັດໂຄງການເຂດອຸດສາຫະກຳຮ່ວມທຸລະກິດຫວຽດນາມ - ສິງກະໂປຢູ່ແຂວງເງະອານ ຢ່າງສຳເລັດຜົນ, ປະກອບສ່ວນເຂົ້າໃນການເສີມສ້າງການພົວພັນຮ່ວມມືລະຫວ່າງ 2 ປະເທດ.