ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຈະເປັນປະທານຮ່ວມກອງປະຊຸມຄະນະລັດຖະບານຫວຽດນາມ-ໄທເທື່ອທີ3
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ
(ພາບ: nguyentandung.org)
(vovworld) - ວັນທີ 23/7 ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ແລະ ພັນລະຍາ ຈະຢ້ຽມຢາມລາຊະອານາຈັກ ໄທ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ ໃນໄລຍະການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ພ້ອມກັບທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ ເປັນປະທານຮ່ວມກອງປະຊຸມຄະນະລັດຖະບານ ຫວຽດນາມ - ໄທ ເທື່ອທີ 3. ຄາດຄະເນວ່າ: ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ຈະເຂົ້າຢ້ຽມຂຳ່ສົມເດັດພະເທບຣັດຕະນະຣາຊະສຸດສະຫຍາມບໍຣົມຊະກຸມມາລີແຫ່ງລາຊະອານາຈັກ ໄທ , ເຂົ້າຮ່ວມການເຈລະຈາວິສາຫະກິດ ຫວຽດນາມ - ໄທ ແລະ ພົບປະກັນບັນດາຜູ້ຕາງໜ້າປະຊາຄົມ ຫວຽດນາມ ຢູ່ ໄທ.
ການຢ້ຽມຢາມ ໄທ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ເພື່ອແນໃສ່ປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ໄທ ໃນບັນດາຂົງເຂດຮ່ວມມື, ພິເສດແມ່ນດ້ານການເມືອງ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ແຮງງານ, ກໍຄືຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາກົນໄກຮ່ວມມືເຂດອະນຸພາກພື້ນ ແລະ ພາກພື້ນ.