ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານສະພາ
ແຫ່ງຊາດລາວ
(ພາບ: VGP/Nhật Bắc)
|
(vovworld) – ຕອນບ່າຍວັນທີ 30/3, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ມີຄວາມປິຕິຊົມຊື່ນຕໍ່ໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ລັດຖະບານ, ພ້ອມທັງຢັ້ງຢືນວ່າ: 2 ຝ່າຍສືບຕໍ່ມານະພະຍາຍາມຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງການນຳຂັ້ນສູງ 2 ປະເທດບັນລຸໄດ້, ຍູ້ແຮງການຮ່ວມມື 2 ຝ່າຍໃນຂົງເຂດຕ່າງໆ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຫວັງວ່າ: ສະພາແຫ່ງຊາດ ລາວ ສືບຕໍ່ສະໜັບສະໜູນ 2 ຝ່າຍເພີ່ມທະວີການຮ່ວມມື, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນທີ່ສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາແຫ່ງຊາດ ລາວ ສືບຕໍ່ສະໜັບສະໜູນ, ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ລົງທຶນ, ດຳເນີນທຸລະກິດໃຫ້ບັນລຸຜົນສຳເລັດຢູ່ ລາວ, ສະໜັບສະໜູນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ທຳມາຫາກິນ, ດຳເນີນທຸລະກິດ, ດຳລົງຊີວິດເປັນປົກກະຕິຢູ່ລາວ.
ແລະກໍ່ໃນຕອນບ່າຍວັນທີ 30/3, ໃນການຕ້ອນຮັບທ່ານນາງປະທານສະພາຕ່ຳ ອິນເດຍ Sumitra Mahajan, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢັ້ງຢືນວ່າ: ການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າເຊິ່ງ ອິນເດຍ ສະຫງວນໃຫ້ແກ່ ຫວຽດນາມ ໃນຊຸມປີຕໍ່ສູ້ຍາດເອົາເອກະລາດ, ໂຮມປະເທດຊາດເປັນເອກະພາບ ກໍ່ຄືໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ. ລັດຖະບານ ຫວຽດນາມ ຫວັງວ່າ: ສະພາແຫ່ງຊາດ ອິນເດຍ ສະໜັບສະໜູນ ລັດຖະບານ 2 ປະເທດຜັນຂະຫຍາຍການຮ່ວມມືຢ່າງແຮງ, ເພື່ອບັນລຸໄດ້ໝາກຜົນສູງກ່ວາອີກໃນທຸກໆຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ, ຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ, ສົມກັບການພົວພັນດ້ານການເມືອງອັນດີງາມ, ຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຄວາມມຸ່ງມາດປາດຖະໜາຂອງ 2 ຝ່າຍ.