ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຜູ້ຕາງໜ້າການຄ້າອາເມລິກາMichealFroman

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຜູ້ຕາງໜ້າການຄ້າອາເມລິກາMichealFroman - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ
ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ Michael Froman
(ພາບປະກອບ)

(vovworld) – ​ ທີ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ 27, ຕອນ​ເຊົ້າ​ວັນ​ທີ 21/11, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້ຕາງໜ້າ​ການ​ຄ້າ ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ Michael Froman. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ​ເລື່ອງ ຫວຽດນາມ, ອາ​ເມ​ລິ​ກາ ​ແລະ ບັນ​ດາ​ປະ​ເທດ​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ TPP ​ແມ່ນ​ໝາກຜົນ​ຂອງ​ການ​ເຄົາລົບ​ລະ​ບອບລະບຽບ​ການ, ຜົນ​ປະ​ໂຫຍ​ດຂອງ​ກັນ, ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ເພື່ອ​ພ້ອມ​ກັນ​ຮ່ວມ​ມື​ຊຸກຍູ້​ການ​ພົວພັນ​ເສດຖະກິດ - ການ​ຄ້າ​​ໃຫ້ເລິກ​ເຊິ່ງກ່ວາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ່ນ​ຢຸງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຕັດສິນ​ໃຈ​ສືບ​ຕໍ່​ເປັນ​ເຈົ້າ​ການຜັນ​ຂະຫຍາຍ​ນະ​ໂຍບາຍ​, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ນັ້ນ​ມີ​ການ​ເຊື່ອມ​​ໂຍງ​​ດ້ານ​ເສດຖະກິດ, ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ສັນ​ຍາ​ການ​ຄ້າ ຫວຽດນາມ - ອາ​ເມ​ລິ​ກາ ​ແລະ ອົງ​ການ​ການ​ຄ້າ​ໂລກ (WTO) ຢ່າງ​ເຂັ້ມ​ງວດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ສະ​ເໜີ ອາ​ເມ​ລິ​ກາ ຮັບຮອງ​ເອົາ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຂອງ ຫວຽດນາມ ​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ