ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບລັດຖະມົນຕີການຄ້າຕ່າງປະເທດແລະລົງທຶນຕ່າງປະເທດກູຍບາ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບລັດຖະມົນຕີການຄ້າຕ່າງປະເທດແລະລົງທຶນຕ່າງປະເທດກູຍບາ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ
​ຕ້ອນຮັບ​ທ່ານ​ Rodrigo Malmierca Diaz)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 18/11 ຢູ່ ຮ່າ​ໂນ້ຍ. ທີ່​ການ​ຕ້ອນຮັບ​ທ່ານ​ Rodrigo Malmierca Diaz ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຕ່າງປະ​ເທດ ​ແລະ ລົງທຶນ​ຕ່າງປະ​ເທດ ກູ​ຍບາ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ ກູ​ຍບາ ສືບ​ຕໍ່ນຳ​ການ​ພົວພັນ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ບັນດາ​ຂົງ​ເຂດ; ພ້ອມ​ທັງ ປາດ​ຖະໜາ​ວ່າ: 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​​ກ່ວາ​ອີກ.

        ສ່ວນ​ທ່ານ​ Rodrigo Malmierca Diaz ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຕ່າງປະ​ເທດ ​ແລະ ລົງທຶນ​ຕ່າງປະ​ເທດ ກູ​ຍບາ ​ໃຫ້​ຮູ້​ວ່າ: ​ໃນ​ການ​ຢ້ຽມຢາມ ຫວຽດນາມ, ກູ​ຍບາ ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ເພື່​ອ​ແນ​ໃສ່​ໂຄສະນາ​​ເຜີຍ​ແຜ່, ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ, ກາລະ​ໂອກາດ​ຮ່ວມ​ມື​ເຂົ້າ ກູ​ຍ

ບາ ​ເຖິງ​ບັນດາ​ວິ​ສາ​ຫະກິດຂອງ ຫວຽດນາມ. ທ່ານ​ Rodrigo Malmierca Diaz ຢືນຢັນວ່າ: ກູ​ຍບາ ຍາມ​ໃດ​ກໍຊົມ​ເຊີຍ, ຕ້ອນຮັບ ​ແລະ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຊອກ​ຫາ​ກາລະ​ໂອກາດ, ສຳ​ຫລວດ, ຊຸກຍູ້ ​ແລະ ​ເປີດ​ກ້ວາງ​ການ​ລົງທຶນ​ເຂົ້າ ກູ​ຍບາ.

 

ຂ່າວ/ບົດ​ອື່ນ