ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງພົບປະກັບ
ທ່ານປະທານາທິບໍດີ ເບລາຣຸດ Aleksandr Lukashenko
(ພາບ: VGP/NhatBac)
(vovworld) – ທີ່ການພົບປະກັບທ່ານປະທານາທິບໍດີ ເບລາຣຸດ Aleksandr Grigorievich Lukashenko ຕອນບ່າຍວັນທີ 09/12, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຖືວ່າ: ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ເບລາຣຸດ ແມ່ນຂີດໝາຍໃໝ່ ປະກອບສ່ວນນຳການພົວພັນ ຫວຽດນາມ - ເບລາຣຸດ ພັດທະນາຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນພິເສດ ແລະ ປາດຖະໜາຢາກພ້ອມກັບ ເບລາຣຸດ ມານະພະຍາຍາມ ສືບຕໍ່ນຳການພົວພັນ 2 ປະເທດໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດ ແລະ ເພື່ອການພັດທະນາລວມຂອງ 2 ປະເທດ, 2 ຊາດ.
ສ່ວນທ່ານປະທານາທິບໍດີ Lukashenko ຖືວ່າ: ຫວຽດນາມ ແລະ ເບລາຣຸດ ຄວນຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ ແລະ ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ ເຊິ່ງການນຳຂັ້ນສູງ 2 ປະເທດບັນລຸໄດ້ໃຫ້ສຳເລັດຜົນ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ. ທ່ານປະທານາທິບໍດີ Lukashenko ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ລ້ວນແຕ່ເຫັນດີເປັນເອກະສັນ ຊຸກຍູ້ການໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບພັນທະມິດເສດຖະກິດ ອາຊີ - ເອີລົບ, ໃນນັ້ນມີ ເບລາຣຸດ. ການນຳ 2 ທ່ານກໍເຫັນດີເປັນເອກະພາບກ່ຽວກັບເລື່ອງ ຫວຽດນາມ ໜູນຊ່ວຍບັນດາສະມາຊິກພັນທະມິດເສດຖະກິດ ອາຊີ - ເອີລົບ, ໃນນັ້ນມີ ເບລາຣຸດ, ເປີດກ້ວາງການພົວພັນ ແລະ ສຳຜັດກັນຕະຫລາດ ອາຊຽນ.
ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ Lukashenko ເຊີນທ່ານນາຍົກລັດຖະມົນຕີ ຫງວຽນເຕີ່ນຢຸງ ຢ້ຽມຢາມ ສ. ເບລາຣຸດ ຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ໄດ້ຮັບຄຳເຊີນ ແລະ ສະເໜີມອບໃຫ້ກະຊວງການຕ່າງປະເທດ 2 ປະເທດສົມທົບກັນກະກຽມ.