ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຢ້ຽມຢາມແລະເຮັດວຽກຢູ່ລາວ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ ທ່ານນາຍົກລັດຖະມົນຕີ
ທອງສິງ ທຳມະວົງ ອອກຄຳສັ່ງລົງມືກໍ່ສ້າງໂຄງການຂຸດຄົ້ນເກືອ Kali )
(vovworld) – ຕອນເຊົ້າວັນທີ 13/9, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 13 -14/09 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ທອງສິງ ທຳມະວົງ. ຮ່ວມເດີນທາງພ້ອມກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ມີການນຳຫ້ອງວ່າການລັດຖະບານ ແລະ ບັນດາກະຊວງເຊັ່ນ: ກະຊວງອຸດສາຫະກຳ - ການຄ້າ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ
ໃນຂອບເຂດການຢ້ຽມຢາມ ລາວ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ເຂົ້າຮ່ວມ ແລະ ອອກຄຳສັ່ງລົງມືກໍ່ສ້າງໂຄງການຂຸດຄົ້ນເກືອ Kali ຢູ່ເມືອງ ໜອງບົກ ແຂວງ ຄຳມວນ, ນີ້ແມ່ນໂຄງການສຳຄັນແບບພິເສດ, ແມ່ນໜຶ່ງໃນບັນດາໂຄງການໃຫຍ່ສຸດຂອງ ຫວຽດນາມ ທີ່ລົງທຶນຢູ່ຕ່າງປະເທດ, ຕອບສະໜອງຝຸ່ນເຄມີ Kali ໃຫ້ ຫວຽດນາມ ເພື່ອປ່ຽນທົດແທນສິນຄ້ານຳເຂົ້າ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ເນັ້ນໜັກວ່າ: ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອ Kali ຢູ່ແຂວງ ຄຳມວນ ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງ ລາວ. ໂຄງການ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ຫວຽດນາມ ໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ່ນຢຸງ ຊີ້ແຈ້ງວ່າ: ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອ Kali ຢູ່ແຂວງ ຄຳມ່ວນ ແມ່ນໂຄງການຈຸດສຸມ, ນອນໃນແຜນກຳນົດພັດທະນາຂະແໜງອຸດສາຫະກຳເຄມີຂອງ ຫວຽດນາມ. ພ້ອມກັນນັ້ນ, ໂຄງການຈະສ້າງກຳລັງແຮງໃໝ່ໃຫ້ການພົວພັນຮ່ວມມືເສດຖະກິດ 2 ຝ່າຍ ຫວຽດນາມ - ລາວ, ປະກອບສ່ວນສຳຄັນປັງປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ກໍໄປຢ້ຽມຢາມເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ ເມືອງໜອງບົກ ແຂວງ ຄຳມ່ວນ…ໂອ້ລົມກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ທີ່ນີ້.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຊີ້ນຳສະຖານທູດ ແລະ ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງ ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂບັນດາຄວາມຕ້ອງການອັນຊອບທຳຂອງພໍ່ແມ່ປະຊາຊົນພວມທຳງານ, ດຳລົງຊີວິດຢູ່ແຂວງ ຄຳມ່ວນ