ນາຍົກລັດຖະມົນຕີຫງວຽນເຕີນຢູ້ງສິ້ນສຸດການຢ້ຽມຢາມນິວຊີແລນແລະອົດສະຕາລີຢ່າງຈົບງາມ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງສິ້ນສຸດການຢ້ຽມຢາມນິວຊີແລນແລະອົດສະຕາລີຢ່າງຈົບງາມ - ảnh 1
2ຝ່າຍອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ນິ​ວ​ຊີ​ແລນ
(ພາບ: VGP/Nhật Bắc)

(​vovworld) – ​ ​​​​​​ຕອນ​ບ່າຍວັນ​ທີ 20/3 (ຕາມ​ເວ​ລາ​ທ​້ອງ​ຖິ່ນ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ພັນ​ລະ​ຍາ ພ​້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດ​ີນ​ທາງ​ອອກ​ຈາກ​ນະ​ຄອນ Auckland ​ປະ​ເທດ ນິວ​ຊີ​ແລນ ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ (ແຕ່​ວັນ​ທີ 17 – 18/3) ແລະ ​ການຢ​້ຽມ​ຢາມ ນິວ​ຊີ​ແລນ (ແຕ່​ວັນ​ທີ 19 – 20/3) ຕາມ​ຄ​ຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Tony Abbott ແລະ ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ John Key.

        ກ່ອນ​ທີ່​ເດີນ​ທາງ​ອອກ​ຈາກ ນິວ​ຊີ​ແລນ ກັບ​ເມືອ ຫວຽດ​ນາມ, ຕອ​ນ​ເຊົ້າ​ວັນ​ທີ 20/3, ຢູ່​ນະ​ຄອນ Auckland, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ນິວ​ຊີ​ແລນ.

        ເນັ້ນ​ໜັກ​​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ນິວ​ຊີ​ແລນ ຍັງ​ໃຫຍ່ຫຼວງ​ຢູ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວິ​ວັດ​ການ​ປະ​ຕິ​ຮູບ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລ​ິກ​ເຊິ່ງ ແລະ ກ້​ວາງ​ຂວາງ​ຂອງ ຫວຽດ​ນາມ ພວມ​ເປີດ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ໃນ​ນັ້ນ​ມີ​ບັນ​ດາ​ນັກ​ລົງ​ທຶນ​ ນິວ​ຊີ​ແລນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ ນິວ​ຊີ​ແລນ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື, ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ​ຢູ່ ຫວຽດ​ນາມ, ພິ​ເສດ​ແມ່ນ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ປຸ່ງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ພັດ​ທະ​ນາ​ບັນ​ດາ​ມູນ​ຄ່າ​ກະ​ສິ​ກຳ, ການ​ບໍ​ລິ​ການ​ກະ​ສິ​ກຳ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ມູນ​ຄ່າ ແລະ ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ບົນ​ພື້ນ​ຖານ​ທັງ 2 ຝ່າຍ​ຕ່າງກໍ່​ມີ​ຜົນ​ປະ​ໂຫຍດ.

        ແລ​ະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ໃຫຍ່ຂອງ ນິວ​ຊີ​ແລນ ແລະ ໄປ​ຢ້ຽມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຢີ Auckland, ບ່ອນ​ທີ່​ມີ​ນັກ​ສຶກ​ສາ ຫວຽດ​ນາມ 300 ຄົນ ພວມ​ຮ່ຳ​ຮຽນ. ເມື່ອ​ໂອ້​ລົມ​ກັບ​ບັນ​ດາ​ສາດ​ສະ​ດາ​ຈານ, ຄູ​​ອາ​ຈານ ແລະ ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຢີ Auckland, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ເນັ້ນ​ໜັກ​ວ່າ:

“ລັດ​ຖະ​ບານ ຫວຽດ​ນາມ ສະ​ເໜີ​ໃຫ້​ລັດ​ຖະ​ບານ ນິວ​ຊີ​ແລນ, ທ່ານ​ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊ​ວງ​ສຶກ​ສາ ກໍ່​ຄື ທ່ານ​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຢີ Auckland ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ສຶກ​ສາ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ກັບ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ພວກ​ທ່ານ​ເພີ່ມ​ທຶນ​ສຶກ​ສາ​​ເພື່ອໃຫ້​ນັກ​ສຶກ​ສາ ຫວຽດ​ນາມ ໄດ້​ຮ່ຳ​ຮຽນ​ຢູ່ ນິ​ວ​ຊີ​ແລນ ຕື່ມ​ອີ​ກ. ຂ້າ​ພະ​ເຈົ້າ​ກໍ່​ສະ​ເໜີ​ພວກ​ເພື່ອນ​ພິ​ຈາ​ລະ​ນາ​ເລື່ອງ​ຫລຸດ​ຜ່ອນ​ຄ່າ​ຮຽນ​ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ ທີ່ຮ​່ຳ​ຮຽນ​ຢູ່ ນິວ​ຊີ​ແລນ ຍ້ອນ​ວ່າ ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ ແມ່ນ​ຂົວ​ຕໍ່​ລະ​ອຽດ, ແທ​ດ​ຈິງ​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາ​ບ​ທີ່​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ.”


ຂ່າວ/ບົດ​ອື່ນ