ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ສຸມໃສ່ກໍ່ສ້າງລາວກາຍກາຍເປັນສູນກາງເສດຖະກິດສັງຄົມເຂດພູດອຍພາກເໜືອ
ພາບປະກອບ
(vovworld) – ສຸມໃສ່ກໍ່ສ້າງລາວກາຍກາຍເປັນສູນກາງເສດຖະກິດສັງຄົມເຂດພູດອຍພາກເໜືອ - ນັ້ນແມ່ນການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໃນການເຮັດວຽກເມື່ອຕອນເຊົ້າວັນທີ 29/7 ກັບການນຳຫຼັກແຫຼ່ງແຂວງ ລາວກາຍກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ ສັງຄົມຂອງທ້ອງຖີ່ນ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ແຂວງ ລາວກາຍ ຄວນເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງສູງສຸດເພື່ອພັດທະນາ, ພິເສດແມ່ນເສີມຂະຫຍາຍທ່າແຮງແມ່ນເຂດການຄ້າຊາຍແດນເພື່ອທະວີຄຸນບັນດາຮູບແບບການບໍລິການ ແລະ ການທ່ອງທ່ຽວ, ຍູ້ແຮງການພັດທະນາອຸດສາຫະກຳສະໜອງອຸປະກອບສົ້ນເຂົ້າໃຫ້ແກ່ການຜະລິດ, ສືບຕໍ່ພັດທະນາກະສິກຳເຕັກໂນໂລຢີສູງ... ທ່ານນາຍົກລັດຖະມົນຕີເອົາໃຈໃສ່ເປັນພິເສດແຂວງ ລາວກາຍ ສຸມໃສ່ຊີ້ນຳບັນດາມາດຕະການຫລຸດຜ່ອນຄວາມທຸກຍາກໄວ, ຍືນຍົງ, ໃນນັ້ນພັດທະນາກະສິກຳຕ້ອງຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ມີກົນໄກເພື່ອຮັບປະກັນປະຊາຊົນຕັ້ງຖິ່ນຖານຢູ່ກັບທີ່ເປັນປົກກະຕິ ຕິດພັນກັບການມອບປ່າໃຫ້ພໍ່ແມ່ປະຊາຊົນເພື່ອປົກປັກຮັກສາປ່າ, ນະໂຍບາຍກູ້ຢືມທຶນເພື່ອໃຫ້ພໍ່ແມ່ປະຊາຊົນພັດທະນາການລ້ຽງສັດ... ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຊີ້ແຈ້ງພື້ນຖານໂຄງລ່າງແມ່ນປັດໄຈຕັດສິນຊີ້ຂາດໃນການໃຫ້ແຂວງ ລາຍກາຍ ສູ້ຊົນກາຍເປັນສູນກາງພັດທະນາເສດຖະກິດ ສັງຄົມຂອງເຂດພູດອຍພາກເໜືອ, ດັ່ງນັ້ນ, ການນຳແຂວງ ລາວກາຍຄວນສືບຕໍ່ຊີ້ນຳລະດົມກຳລັງສັງຄົມເພື່ອໃຫ້ບຸລິມະສິດແກ່ການລົງທຶນພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ.
ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ການນຳແຂວງລາວກາຍ ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງປອດໄສ, ໝັ້ນຄົງເຂັ້ມແຂງ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງໝັ້ນຄົງ, ສືບຕໍ່ປະຕິບັດວຽກງານພົວພັນຕ່າງປະເທດ, ເພີ່ມທະວີການພົວພັນທາງດ້ານການເມືອງທີ່ໜ້າໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ຮັບປະກັນສັນຕິພາບ, ມິດຕະພາບ ແລະ ບົນພື້ນຖານຄວາມສະເໝີພາບທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນການຮ່ວມມືເສດຖະກິດ.