ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ເປັນປະທານ
ກອງປະຊຸມ
(ພາບ: Việt Tường)
|
(vovworld) – ຕອນເຊົ້າວັນທີ 7/3, ຢູ່ນະຄອນ ເກີນເທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ເປັນປະທານກອງປະຊຸມກັບຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນຳ້ຂອງເພື່ອປຶກສາຫາລືມາດຕະການຮີບດ່ວນແນໃສ່ຈຳກັດຄວາມເສຍຫາຍໃຫ້ຢູ່ໃນລະດັບຕຳ່ສຸດ ແລະ ໜູນຊ່ວຍປະຊາຊົນຖືກຜົນສະທ້ອນຈາກໄພທຳມະຊາດ ແລະ ກຳນົດແຫຼ່ງກຳລັງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນຳ້ຂອງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກວ່າ: ເຂດທົ່ງພຽງແມ່ນຳ້ຂອງ ພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກສະພາບນຳ້ທະເລຂຶ້ນສູງ, ໄພແຫ້ງແລ້ງ ແລະ ນຳ້ເຄັມຊຶມເຂົ້າເຂດທົ່ງພຽງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ສະເໜີໃຫ້ບັນດາແຂວງ ໃນເຂດດ້ວຍການນຳໃຊ້ທຸກມາດຕະການ, ທຸກວິທີການຕ້ອງຮັບປະກັນນຳ້ສະອາດໃຫ້ປະຊາຊົນ, ບໍ່ປະໃຫ້ໂລກລະບາດເກີດຂຶ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢືນຢັນ: ລັດຖະບານຈະສະໜອງຈຳນວນເງິນ 137 ຕື້ດົ່ງໃຫ້ 9 ແຂວງຖືກຜົນສະທ້ອນຈາກໄພທຳມະຊາດດັ່ງກ່າວ.