ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງເຂົ້າຮ່ວມພິທີທະລຸເສັ້ນທາງເຊື່ອມຕໍ່ນະຄອນກາເມົາກັບແຫຼມກາເມົາ


ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງເຂົ້າຮ່ວມພິທີທະລຸເສັ້ນທາງເຊື່ອມຕໍ່ນະຄອນກາເມົາກັບແຫຼມກາເມົາ - ảnh 1
ພິ​ທີ​ທະ​ລຸ​ເສັ້ນ​ທາງ​ເຊື່ອມ​ຕໍ່​ນະ​ຄອນ​ກາ​ເມົາ​ກັບ​ແຫຼມ​ກາ​ເມົາ

(vovworld)- ຕອນ​ເຊົ້າ​ວັນ​ທີ 16/1, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ຂົວ ຮ່​ວາ​ຈຸງ ເຊື່ອ​ມ​ຕໍ່​ນະ​ຄອນ ກາ​ເມົາ​ກັບ​ເມືອງ ເດີມ​ເຢີຍ. ຂົວ​ດັ່ງ​ກ່າວ​ມີ​ຄວາມ​ຍາວກວ່າ 1.200 ແມັດ ຖືກກໍ່​ສ້າງ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ ດ້ວຍຍອດ​ເງິນ​ລົງ​ທຶນ 380 ຕື້ກວ່າ​ດົງ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ທະ​ລຸ​ເສັ້ນ​ທາງ​ໃນ​ຂັ້​ນ​ເຕັກ​ນິກ ສຳ​ລັບ​ໂຄງ​ການ​ເສັ້ນ​ທາງ​ໂຮ່​ຈິ​ມິນ​ຕອນ​ຈາກ ນ້ຳ​ກັນ ຫາ​ເດີດ​ມຸ້ຍ ແລ່ນ​ຜ່ານບ​ໍ​ລິ​ເວນ 2 ເມືອງ​ນ້ຳ​ກັນ ແລະ ຫງອກ​ຮ່ຽນ, ແຂວງ ກາ​ເມົາ, ເຊື່ອມ​ຕໍ່​ນະ​ຄອນ​ກາ​ເມົາ​ກັບ​ແຫຼມ​ກາ​ເມົາ, ເສັ້ນທາງ​ມີ​ລວງ​ຍາວກວ່າ 50 ກິ​ໂລ​ແມັດ ດ້ວຍຍອດ​ເງິນ​ລົງ​ທຶນກວ່າ 3.540 ຕື້​ດົງ. ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເຂົ້າ​ຮ່ວມ​ພິ​ທີເປີດ​ໂຄງ​ການກໍ່​ສ້າງ​ເສົາ​ທຸງ​ຊາດ​ຮ່າ​ໂນ້ຍຢູ່​ແຫຼມ​ກາ​ເມົາ ແລະ ພິ​ທີເປີດ​ໂຄງ​ການກໍ່​ສ້າງໂຮງ​ງານ​ໄຟ​ຟ້າ​ແຮງ​ລົມ ຄາຍ​ລອງ-ກາ​ເມົາ.
ຂ່າວ/ບົດ​ອື່ນ