ພາບປະກອບ
(ພາບ: VGP/Nhật Bắc)
|
(vovworld) – ຕອນບ່າຍວັນທີ 13/2, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຄະນະລັດຖະບານ ຍີ່ປຸ່ນ Shinzo Abe. ນາຍົກລັດຖະມົນຕີ 2 ທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແຮງຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນປີ 2014, ເຫັນດີເປັນເອກະສັນຮັກສາບັນດາການຢ້ຽມຢາມ, ພົບປະທຸກຂັ້ນ, ພິເສດແມ່ນຂັ້ນສູງ ເປັນປະຈຳ, ກໍ່ຄືການຜັນຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມື, ເຈລະຈາລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ສະເໜີໃຫ້ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງກ່ຽວກັບການຮ່ວມມືເສດຖະກິດຢ່າງມີປະສິດທິຜົນ, ໃນນັ້ນມີຍຸດທະສາດຫັນປະເທດເປັນອຸດສາຫະກຳຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ຫວຽດນາມ - ຍີ່ປຸ່ນ, ສະເໜີໃຫ້ ຍີ່ປຸ່ນ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ພັດທະນາອຸດສາຫະກຳໜູນຊ່ວຍ, ກະສິກຳ…
ທ່ານນາຍົກລັດຖະມົນຕີ Shinzo Abe ຢັ້ງຢືນວ່າ: ຍີ່ປຸ່ນ ຈະເພີ່ມທະວີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນກັບ ຫວຽດນາມ, ພ້ອມທັງຈະສືບຕໍ່ຮັກສາ ODA ໃຫ້ແກ່ ຫວຽດນາມ ພັດທະນາເສດຖະກິດ - ສັງຄົມ, ກໍ່ສ້າງພື້ນຖານໂຄງລ່າງ, ຮັບມືກັບບັນດາບັນຫາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ… ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກໍ່ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ຫວຽດນາມ ໃນການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP).