ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການລົງທຶນ - ການຄ້າອາຊຽນ - ຈີນ

ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການລົງທຶນ - ການຄ້າອາຊຽນ - ຈີນ - ảnh 1
ອຳນາດ​ການ​ປົກຄອງ​ເຂດ​ປົກຄອງ​​ຕົນ​ເອງຊົນ​ເຜົ່າ ຈ້ວາງ ຕ້ອນຮັບ
ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung
(ພາບ: .baomoi.com)

(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ລັດຖະບານ​ສາທາລະນະ​ລັດ​ປະຊາຊົນ​ຈີນ ​ແລະ ອຳນາດ​ການ​ປົກຄອງ​ເຂດ​ປົກຄອງ​​ຕົນ​ເອງຊົນ​ເຜົ່າ ຈ້ວາງ ​ແຂວງ​ກວາງສີ, ປະ​ເທດ​ຈີນ, ຕອນ​ເຊົ້າ​ວັນ​ທີ 20/9, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້ນຳ​ໜ້າຄູະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ ​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ເຂົ້າ​ຮ່ວມງານ​ຕະຫຼາດນັດວາງສະ​ແດງ​ອາ​ຊຽນ - ຈີນ (CARXPO) ​​ແລະ​ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ - ການ​ຄ້າ​ອາ​ຊຽນ - ຈີ​ນ ຄັ້ງ​ທີ 9, ຢູ່​ນະຄອນ​ໜາມ​ໜີງ, ເຂດ​ປົກຄອງ​​ຕົນ​ເອງຊົນ​ເຜົ່າ ຈ້ວາງ ​ແຂວງ​ກວາງສີ, ປະ​ເທດ​ຈີນ ​ແຕ່​ວັນ​ທີ 20 – 21/9/2012.

        ງານ​ຕະຫຼາດນັດວາງສະ​ແດງ​ອາ​ຊຽນ - ຈີນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ - ການ​ຄ້າ​ອາ​ຊຽນ - ຈີ​ນ ຖືກ​ຈັດ​ຂຶ້ນ​ປະຈຳ​ປີ​ໂດຍ​ກະຊວງ​ການ​ຄ້າ​ຈີນ ​ແລະ 10 ປະ​ເທດ​ອາຊຽນ, ງານ​ຕະຫຼາດນັດ​ວາງສະ​ແດງ​ອາ​ຊຽນຈີນ ປີ​ນີ້ດ້ວຍຫົວ​ຂໍ້​ແມ່ນ “ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ນິກ” ​ໄດ້​ສຸມ​ໃສ່​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ເຕັກ​ທີ່​ມີໂນ​ໂລ​ຊີ​ສູງ, ​ເພີ່ມ​ທະວີ​ການ​ແລກປ່ຽນວິທະຍາສາດ, ​ເຕັກນິກ, ການ​ລົງທຶນ ​ແບະ ການ​ຄ້າ ດ້ວຍ​ຈຸດໝາຍ​ຮຽກ​ຮ້ອງ​ປະຊາຊົນ​ປະ​ເທດ​ຕ່າງນຳ​ໃຊ້ບັນດາ​ແຫຼ່ງຊັບພະຍາກອນ​ຢ່າງ​ເໝາະ​ສົມ, ພ້ອມ​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ທີ່​ປ່ອງ​ດອງ.

ຂ່າວ/ບົດ​ອື່ນ