ນາຍົກລັດຖະມົນຕີອົດສຕາລີຮຽກຮ້ອງຈີນຫລຸດຜ່ອນການກໍ່ສ້າງເກາະຢູ່ທະເລຕາເວັນອອກຢ່າງຜິດກົດໝາຍ
ທ່ານນາຍົກລັດຖະມົນຕີ ອົດສຕາລີ Malcolm Turn bull
(ພາບ: TTX/TTXVN)
(vovworld) - ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ABC ວັນທີ 22/9, ທ່ານນາຍົກລັດຖະມົນຕີ ອົດສຕາລີ Malcolm Turn bull ຖືວ່າ: ນະໂຍບາຍການຕ່າງປະເທດຂອງ ປັກກິ່ງ ກ່ຽວກັບບັນຫາທະເລຕາເວັນອອກ “ບໍ່ມີລັກສະນະສ້າງສັນ”. ທ່ານຢືນຢັນວ່າ: ພວມມີຄວາມເຄັ່ງຕຶງຈຳນວນໜຶ່ງກ່ຽວກັບບັນຫາເກາະຕ່າງໆຢູ່ທະເລຕາເວັນອອກ ແລະ ຈີນ ຄວນມີການກະທຳຢ່າງເໝາະສົມ. ທ່ານນາຍົກລັດຖະມົນຕີ ອົດສຕາລີ ເນັ້ນໜັກວ່າ “ ການຟື້ນຕົວຂອງ ຈີນ ບໍ່ຄວນສົ່ງຜົນສະທ້ອນເຖິງຄວາມສະຫງົບປອດໄພ ແລະ ຄວາມປອງດອງໃນພາກພື້ນ”, ພ້ອມທັງກ່າວເຕື່ອນ “ ເລື່ອງ ຈີນ ມີຄວາມຕັ້ງໃຈຢືດຄອງທະເລຕາເວັນອອກຈະສົ່ງຜົນຮ້າຍຢ້ອນຫລັງ ທີ່ກົງກັນຂ້າມກັບທຸກສິ່ງທຸກຢ່າງ ເຊິ່ງປະເທດນີ້ປາດຖະໜາຢາກໄດ້ຮັບຢ່າງແນ່ນອນ”.