ທ່ານນາຍົກລັດຖະມົນຕີ ອິດສະຣາແອນ
Benjamin Netanyahu
ພາບ:vtv.vn |
(vovworld)- ວັນທີ17/1, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ຄັດຄ້ານຂໍ້ຕົກລົງດຳເນີນການສືບສວນໂດຍສັງເຂບຂອງສານອາຍາສາກົນ(ICC) ກ່ຽວກັບບັ້ນບຸກໂຈມຕີເລັ່ງໃສ່ຊາວ ປາແລດສະຕີນ. ຕາມຄຳຖະແຫລງຂອງຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອນ ແລ້ວ, ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ຂໍ້ຕົກລົງສືບສວນ ອິດສະຣາແອນ ຂອງ ICC ແມ່ນໄຮ້ເຫດຜົນ ເພາະປະເທດນີ້ ຍາມໃດກໍປະຕິບັດຕາມບັນດາມາດຖານສູງສຸດໃນກົດໝາຍສາກົນ. ທ່ານ ຢືນຢັນວ່າ: ອິດສະຣາແອນ ພຽງແຕ່ພະຍາຍາມປົກປ້ອງຕົນເອງ ຕໍ່ບັນດາການກະທຳຂອງພວກກໍ່ການຮ້າຍປາແລດສະຕີນ ທີ່ເຄີຍກໍ່ໃຫ້ເກີດໂທດກຳສົງຄາມ.