ນາຍົກລັດຖະມົນຕີອິນເດຍຢ້ຽມຢາມປາກິດສະຖານ

ນາຍົກລັດຖະມົນຕີອິນເດຍຢ້ຽມຢາມປາກິດສະຖານ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ແລະ ນາ​ຍົກ​
ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ Nawaz Sharif.

(vovworld)- ວັນ​ທີ 25/12, ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ໄດ້​ໄປ​ຢ້ຽມ​ຢາມ​ນະ​ຄອນ Lahore ຂອງ​ປາ​ກິດ​ສະ​ຖານ ເພື່ອ​ພົບ​ປະ​ກັບ​ຄູ່​ຕຳ​ແຫນ່ງ​ປະ​ເທດ​ເຈົ້າ​ພາບ ທ່ານ Nawaz Sharif.  ນີ້​ແມ່ນ​ການ​ຢ້ຽມ​ຢາມ​ ປາ​ກິດ​ສະ​ຖານ ຄັ້ງ​ທຳ​ອິດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ນ​ເດຍ ໃນ​ເກືອບ 12 ປີ​ຜ່ານ​ມາ. ການ​ພົບ​ປະ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ​​ພິ​ພາດ​ກັນ Kashmir. ກ່ອນ​ຫນ້ານັ້ນ ສອງ​ຝ່າຍ​ໄດ້​ມີ​ການ​ພົບ​ປະ​ກັນ​ຢູ່ນອກກອງ​ປະ​ຊຸມ​ຄັ້ງ​ທີ 21 ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເມື່ອ​ວັນ​ທີ 30/11 ຜ່ານ​ມາ.  ການ​ຢ້ຽມ​ຢາມ​ຂອງ​ທ່ ານ Modi ດຳ​ເນີນ​ໄປ​ພາຍ​ຫລັງ​ສອງ​ສາມມື້​ທີ່​ສອງ​ປະ​ເທດ​ຕົກ​ລົງ​ສືບ​ຕໍ່​ວິ​ວັດ​ການ​ເຈ​ລະ​ຈາ​ຮອບ​ດ້ານ​ຊື່ງ​ເຄີຍ​ຖືກ​ຢຸດ​ຕິ​ພາຍ​ຫລັງ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ໃສ່​ສູນ​ການ​ຄ້າ​ຢູ່ Mumbai ປະ​ເທດ​ອິນ​ເດຍ ເມື່ອ​ປີ 2008.

ຂ່າວ/ບົດ​ອື່ນ